ຕອນເຊົ້າວັນທີ 17 ມີນາ, ຢູ່ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ໄດ້ໄຂງານກິລານັກສຶກສາ ລາວ ຢູ່ ຫວຽດນາມ ຄັ້ງທີ 12 ປີ 2018.
ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ທອງສະຫວັນ ພົມວິຫານ
ເຂົ້າຮ່ວມງານກິລານັກສຶກສາ ລາວ ຢູ່ ຫວຽດນາມ ຄັ້ງນີ້ ມີທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ທອງສະຫວັນ ພົມວິຫານ, ຜູ້ຕາງໜ້າເລຂາຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ - ລາວ ຢູ່ນະຄອນຫລວງ ຮ່າໂນ້ຍ, ຄູອາຈານມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ພ້ອມກັບນັກສຶກສາລາວພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລພາກເໜືອ ຫວຽດນາມ ເປັນຈຳນວນຫລວງຫລາຍ. ງານກິລາປີ 2018 ປີ 49 ໂຮງຮຽນເຂົ້າຮ່ວມ.
ແລະກໍ່ໃນພິທີໄຂ, ທ່ານນາງ ບູຍທິເງິນ, ຮອງຜູ້ອຳນວຍການມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ໃຫ້ຮູ້ວ່າ:
“ໂດຍສືບທອດຜົນສຳເລັດຂອງງານກິລານັກສຶກສາ ລາວ ຄັ້ງທີ 11 ປີ 2017. ມື້ນີ້, ມະຫາວິທະຍາໄລ ອຸດສາຫະກຳ ຮ່າໂນ້ຍ ມີຄວາມເປັນກຽດໄດ້ສົມທົບກັບສະຖານທູດ ລາວ ປະຈຳ ຫວຽດນາມ ຈັດຕັ້ງງານກິລານັກສຶກສາລາວ ຄັ້ງທີ 12 ດ້ວຍຄວາມຫວັງວ່າ ພວກນ້ອງນັກສຶກສາລາວ ມີໂອກາດພົວພັນແລກປ່ຽນ, ສ້າງຄວາມເຂົ້າໃຈ ແລະ ຮັດແໜ້ນນ້ຳໃຈສາມັກຄີມິດຕະພາບລະຫວ່າງ 2 ປະເທດ”.
ນີ້ແມ່ນປີທີ 2 ມະຫາວິທະຍາໄລ ອຸດສາຫະກຳ ຮ່າໂນ້ຍ ຈັດຕັ້ງເຫດການດັ່ງກ່າວ ດ້ວຍຄຳຂວັນທີ່ວ່າ “ເພື່ອນ້ຳໃຈມິດຕະພາບ, ສຸຂະພາບ ແລະ ການສຶກສາ”. ງານກິລານັກສຶກສາ ລາວໄດ້ຈັດຕັ້ງໃນວັນທີ 17, 18, 24 ແລະ 25 ມີນາ
(ແຫຼ່ງຄັດຈາກ VOV)