ງານບຸນ ດ່າໜັງ Food Tour 2026 ຖືກໄຂຂຶ້ນຢ່າງເປັນທາງການໃນຕອນຄ່ຳວັນທີ 21 ພຶດສະພາ, ຢູ່ສວນສາທາລະນະ ບຽນດົ່ງ (ທະເລຕາເວັນອອກ). ໂດຍໄດ້ດຳເນີນແຕ່ວັນທີ 20 – 24 ພຶດສະພາ, ງານບຸນດັ່ງກ່າວແມ່ນຈຸດເນັ້ນໜັກໃນລະດູທ່ອງທ່ຽວຍາມລະດູຮ້ອນ ດ່າໜັງ 2026.
ງານບຸນ ດ່າໜັງ Food Tour 2026 ດຶງດູດນັກທ່ອງທ່ຽວເປັນຈຳນວນຫຼາຍ (ພາບ: TTXVN)
ງານບຸນ ດ່າໜັງ Food Tour 2026 ໄດ້ຮັບການສ້າງຂຶ້ນຄືກັນກັບວິວັດທະນການລົງຕົວຈິງຫຼາຍຊັ້ນຫຼາຍແງ່ມູມ. ໃນງານບຸນ, ແຂກທ່ອງທ່ອງອາດຈະໄດ້ສຳຜັດ, ທົດລອງ, ກະທົບຕອບ ແລະ ເຊື່ອມຕົວເຂົ້າກັບວັດທະນະທຳທ້ອງຖິ່ນ ໂດຍຜ່ານບັນດາກິດຈະກຳຄື: ເຂົ້າຮ່ວມການປຸງແຕ່ງ, ຊອກຮູ້ກ່ຽວກັບອາຊີບພື້ນເມືອງ, ເຊື່ອມຕົວເຂົ້າກັບບັນດາການລະຫຼີ້ນພື້ນເມືອງ ແລະ ຫຼາຍກິດຈະກຳກະທົບຕອບດ້ວຍຫຼາຍອິນຊີ. ຈຸດພົ້ນເດັ່ນຂອງງານບຸນແມ່ນ “ເຂດພື້ນທີ່ສິ່ງຍອດຍິ່ງຂອງອາຫານການກິນດິນແດນ ກວ໋າງ” ທີ່ຖືກຈັດຂຶ້ນຢູ່ສວນສາທາລະນະ ບຽນດົ່ງ, ໂດຍເຕົ້າໂຮມຮ້ານອາຫານທ້ອງຖິ່ນ, ເຂດພາກ ແລະ ສາກົນ ກວ່າ 200 ຮ້ານ. ກ່າວຄຳເຫັນທີ່ພິທີໄຂ, ທ່ານນາງ ຫງວຽນທິແອັງທີ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ດ່າໜັງ, ຢັ້ງຢືນວ່າ:
“ຈຸດພົິ້ນເດັ່ນຂອງງານບຸນ ດ່າໜັງ Food Tour 2026 ແມ່ນວິທີການເຂົ້າເຖິງທີ່ໃໝ່ອ່ຽມ, ໂດຍບໍ່ພຽງແຕ່ນຳອາຫານຂອງດິນແດນ ກວ໋າງ ມາເພື່ອຮັບປະທານເທົ່ານັ້ນ ຫາກຍັງກາຍເປັນການລົງຕົວຈິງດ້ວຍຫຼາຍການສຳຜັດທາງອິນຊີທີ່ແຕກຕ່າງກັນ, ບ່ອນທີ່ແຂກທ່ອງທ່ຽວອາດສາມາດໄດ້ຈັບໄດ້ບາຍ, ຮູ້ສຶກ ແລະ ເຊື່ອມຕົວເຂົ້າກັບວັດທະນະທຳຂອງທ້ອງຖິ່ນ. ງານບຸນ ຈະສ້າງຂີດໝາຍຢ່າງແຮງ ເພື່ອໃຫ້ອາຫານແຕ່ລະເຍື່ອງ ບໍ່ພຽງແຕ່ເພື່ອຮັບປະທານເທົ່ານັ້ນ ຫາກຍັງໄດ້ເລົ່າດ້ວຍບັນດາເລື່ອງລາວກ່ຽວກັບວັດທະນະທຳ, ປະຊາຊົນ ແລະ ສີສັນຂອງທ້ອງຖິ່ນອີກດ້ວຍ”.