ຂ່າວສານ

ຄາດວ່າສະພາແຫ່ງຊາດຊຸດໃໝ່ຈະຈັດກອງປະຊຸມຄັ້ງທຳອິດໃນເດືອນ ເມສາ 2026

ຄາດວ່າ, ກອງປະຊຸມຈະໄຂຂຶ້ນໃນຕອນເຊົ້າວັນທີ 06 ເມສາ 2026, ລວມມີ 2 ວາລະປະຊຸມ: ວາລະທີ 1 ຈັດຂຶ້ນແຕ່ວັນທີ 06 – 22 ເມສາ; ວາລະທີ 2 ຈັດຂຶ້ນແຕ່ວັນທີ 11 - 21 ພຶດສະພາ 2026.
(ພາບປະກອບ: quochoi.vn)

ຕອນບ່າຍວັນທີ 24 ທັນວາ, ທີ່ ຮ່າໂນ້ຍ, ຄະນະປະຈຳສະແຫ່ງຊາດ ຫວຽດນາມ ໄດ້ດຳເນີນການສະຫຼຸບກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ແລະ ປະກອບຄຳເຫັນເບື້ອງຕົ້ນກ່ຽວກັບການກະກຽມໃຫ້ກອງປະຊຸມຄັ້ງທີ 1, ສະພາແຫ່ງຊາດຊຸດທີ 16.

        ກ່ຽວກັບກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ທ່ານ ເລກວາງແມ້ງ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຊີ້ແຈ້ງວ່າ ພາຍຫຼັງເຮັດວຽກເປັນເວລາ 40 ວັນຢ່າງລຽນຕິດ (ແຕ່ວັນທີ 20 ຕຸລາ - 11 ທັນວາ), ກອງປະຊຸມໄດ້ບັນລຸຜົນສຳເລັດຢ່າງຈົບງາມ, ສຳເລັດເນື້ອໃນ, ລາຍການທີ່ວາງອອກທັງໝົດ. ກ່ຽວກັບການກະກຽມໃຫ້ກອງປະຊຸມຄັ້ງທີ 1, ສະພາແຫ່ງຊາດຊຸດທີ 16, ທ່ານ ເລກວາງແມ້ງ ໃຫ້ຮູ້ວ່າ ຄາດວ່າ, ກອງປະຊຸມຈະໄຂຂຶ້ນໃນຕອນເຊົ້າວັນທີ 06 ເມສາ 2026, ລວມມີ 2 ວາລະປະຊຸມ: ວາລະທີ 1 ຈັດຂຶ້ນແຕ່ວັນທີ 06 – 22 ເມສາ; ວາລະທີ 2 ຈັດຂຶ້ນແຕ່ວັນທີ 11 - 21 ພຶດສະພາ 2026. ຄາດວ່າ, ກອງປະຊຸມຈະພິຈາລະນາ 3 ເນື້ອໃນ: ການກ່າວຄຳເຫັນຂອງການນຳພັກ, ການລາຍງານຂອງສະພາເລືອກຕັ້ງແຫ່ງຊາດ, ວຽກງານຈັດຕັ້ງ, ບຸກຄະລາກອນ; ວຽກງານສ້າງກົດໝາຍ; ບັນດາບັນຫາເສດຖະກິດ - ສັງຄົມ, ງົບປະມານຂອງລັດ, ການຕິດຕາມກວດກາ ແລະ ບັນຫາສຳຄັນອື່ນໆ.

        ກ່າວຄຳເຫັນສະຫຼຸບ, ທ່ານ ໂດ້ວັນຈຽນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຮຽກຮ້ອງວ່າ ການກະກຽມກອງປະຊຸມດັ່ງກ່າວຕ້ອງປະຕິບັດບົນຈິດໃຈ “ແຕ່ໄວ, ແຕ່ໄກ”.


top