ຂ່າວສານ ຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ອາຊຽນຈັດຕັ້ງເວທີປາໄສເຊື່ອມຕໍ່ອາຊຽນ ຄັ້ງທີ 11 30/08/2020 ວັນທີ 28 ສິງຫາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ, ເຊິ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ ໄດ້ຈັດຕັ້ງເວທີປາໄສເຊື່ອມຕໍ່ອາຊຽນຄັ້ງທີ 11ຂຶ້ນ. ເວທີປາໄສແມ່ນເຫດການປະຈຳປີ ເຊິ່ງໄດ້ຈັດຕັ້ງມາແຕ່ປີ2010. ເວທີປາໄສເຊື່ອມຕໍ່ອາຊຽນ ຄັ້ງທີ 11 (ພາບ: ຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ) ບັນດາຜູ້ແທນໄດ້ແບ່ງປັນກ່ຽວກັບບັນດາມາດຕະການຫຼຸດຜ່ອນຜົນກະທົບຈາກໂລກລະບາດ Covid – 19 ແລະ ການພັດທະນາແຜນການຟື້ນຕົວມຸ່ງໄປສູ່ອາຊຽນມີການເຊື່ອມຕໍ່ຢ່າງລຸລ່ວງ. ບັນດາຜູ້ແທນກໍ່ເນັ້ນໜັກເຖິງຄວາມມານະພະຍາຍາມໃນການຟື້ນຕົວຂອງອາຊຽນເວົ້າສະເພາະ ແລະ ພາກພື້ນເວົ້າລວມໃນສະພາບການໂລກລະບາດ Covid – 19. ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງການລົງທຶນຍຸດທະສາດ ແລະ ພື້ນຖານໂຄງລ່າງແບບຍືນຍົງ ແລະ ບັນດາມາດຕະການອັດສະລິຍະ, ຍົກສູງລະດັບເຕັກໂນໂລຢີດີຈີຕອນເພື່ອເພີ່ມທະວີການເຊື່ອມຕໍ່ລະບົບສະໜອງ, ການລົງທຶນທີ່ເໝາະສົມເຂົ້າຂະແໜງການສຶກສາບຳລຸງສ້າງເພື່ອກຽມພ້ອມກຳລັງແຮງງານໃຫ້ແກ່ອະນາຄົດ. (ແຫຼ່ງຄັດຈາກ VOV)

ວັນທີ 28 ສິງຫາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ, ເຊິ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ ໄດ້ຈັດຕັ້ງເວທີປາໄສເຊື່ອມຕໍ່ອາຊຽນຄັ້ງທີ 11ຂຶ້ນ. ເວທີປາໄສແມ່ນເຫດການປະຈຳປີ ເຊິ່ງໄດ້ຈັດຕັ້ງມາແຕ່ປີ2010. ເວທີປາໄສເຊື່ອມຕໍ່ອາຊຽນ ຄັ້ງທີ 11 (ພາບ: ຄະນະຜູ້ຕາງໜ້າຫວຽດນາມ ປະຈຳອາຊຽນ) ບັນດາຜູ້ແທນໄດ້ແບ່ງປັນກ່ຽວກັບບັນດາມາດຕະການຫຼຸດຜ່ອນຜົນກະທົບຈາກໂລກລະບາດ Covid – 19 ແລະ ການພັດທະນາແຜນການຟື້ນຕົວມຸ່ງໄປສູ່ອາຊຽນມີການເຊື່ອມຕໍ່ຢ່າງລຸລ່ວງ. ບັນດາຜູ້ແທນກໍ່ເນັ້ນໜັກເຖິງຄວາມມານະພະຍາຍາມໃນການຟື້ນຕົວຂອງອາຊຽນເວົ້າສະເພາະ ແລະ ພາກພື້ນເວົ້າລວມໃນສະພາບການໂລກລະບາດ Covid – 19. ໃນນັ້ນ, ເອົາໃຈໃສ່ເປັນພິເສດເຖິງການລົງທຶນຍຸດທະສາດ ແລະ ພື້ນຖານໂຄງລ່າງແບບຍືນຍົງ ແລະ ບັນດາມາດຕະການອັດສະລິຍະ, ຍົກສູງລະດັບເຕັກໂນໂລຢີດີຈີຕອນເພື່ອເພີ່ມທະວີການເຊື່ອມຕໍ່ລະບົບສະໜອງ, ການລົງທຶນທີ່ເໝາະສົມເຂົ້າຂະແໜງການສຶກສາບຳລຸງສ້າງເພື່ອກຽມພ້ອມກຳລັງແຮງງານໃຫ້ແກ່ອະນາຄົດ. (ແຫຼ່ງຄັດຈາກ VOV)