ຂ່າວສານ

ຄະ​ນະ​ກຳ​ມະ​ການ Paralympic ສາ​ກົນ ຟື້ນ​ຟູ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຂອງ ລັດ​ເຊຍ ແລະ ເບ​ລາ​ຣຸດ

ນັບແຕ່ປີ 2022, ທົ່ວຂະບວນການ Paralympic ລັດເຊຍ ໄດ້ຊອກຫາມາດຕະການຢ່າງຍຸດຕິທຳໃຫ້ແກ່ບັນດານັກກິລາຂອງຕົນ ຜູ້ທີ່ບໍ່ສາມາດເຂົ້າຮ່ວມບັນດາງານແຂ່ງຂັນສາກົນ.
(ພາບປະກອບ: Reuters )

ວັນທີ 27 ກັນຍາ, ສື່ມວນຊົນ ລັດເຊຍ ໃຫ້ຮູ້ວ່າ: ພາຍຫຼັງໄດ້ປ່ອນບັດ 2 ຄັ້ງຢູ່ສະມັດຊາໃຫ່ຍຄະນະກຳມະການ Paralympic ສາກົນ (IPC)  ຈັດຂຶ້ນຢູ່ ເຊີອູນ, ສ.ເກົາຫຼີ, IPC ໄດ້ຟື້ນຟູຖານະເປັນສະມາຊິກຂອງຄະນະກຳມະການ Paralympic ລັດເຊຍ (RPC)  ແລະ ຄະນະກຳມະການ Paralympic ເບລາຣຸດ.

   ຕາມທ່ານ Pavel Rozhkov, ປະທານ RPC,  IPC ໄດ້ພິສູດໃຫ້ເຫັນຄວາມສຳຄັນຂອງເລື່ອງປົກປ້ອງສິດຜົນປະໂຫຍດຂອງບັນດານັກກິລາສຳລັບອົງການຈັດຕັ້ງນີ້. ທ່ານ Rozhkov ເນັ້ນໜັກວ່າ, ນັບແຕ່ປີ 2022, ທົ່ວຂະບວນການ Paralympic ລັດເຊຍ ໄດ້ຊອກຫາມາດຕະການຢ່າງຍຸດຕິທຳໃຫ້ແກ່ບັນດານັກກິລາຂອງຕົນ ຜູ້ທີ່ບໍ່ສາມາດເຂົ້າຮ່ວມບັນດາງານແຂ່ງຂັນສາກົນ.

   ດ້ວຍຂໍ້ຕົກລົງຂອງ IPC, ບັນດານັກກິລາ Paralympic ລັດເຊຍ ສາມາດນຳເອົາທຸງຊາດ, ເພງຊາດ ພ້ອມດ້ວຍບັນດາສັນຍາລັກແຫ່ງຊາດອື່ນໆຂອງ ລັດເຊຍ ເພື່ອເຂົ້າງານມະຫາກຳກິລາ Paralympic ແລະ ບັນດາງານແຂ່ງຂັນກິລາອື່ນໂດຍ IPC ຄຸ້ມຄອງ. ຕາມແຜນການ, ງານມະຫາກຳກິລາ Paralympic 2026 ຈະຖືກຈັດຂຶ້ນຢູ່ ອີຕາລີ.


top