ຂ່າວສານ ຄະນະປະຕິບັດງານສະພາແຫ່ງຊາດ ຢ້ຽມຢາມ ແລະ ອວຍພອນບຸນເຕັດ ພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ແຂວງລາຍເຈົາ 15/01/2020 ຕອນບ່າຍວັນທີ 13 ມັງກອນ, ຄະນະປະຕິບັດງານຂອງສະພາແຫ່່ງຊາດຫວຽດນາມ ໂດຍທ່ານ ຟຸ່ງກວ໊ກຫຽນ ຮອງປະທານສະພາແຫ່ງຊາດຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ເມືອງ ນໍ້າຍຸ່ນ, ແຂວງລາຍເຈົາ ຂອງຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວ໊ກຫຽນ ຢ້ຽມຢາມ, ອວຍພອນບຸດເຕັດນັກຮົບຢູ່ຄ້າຍປ້ອງກັນຊາຍແດນ ຮົວບຸມ (ພາບ:TTXVN) ຢູ່ຕາແສງຊາຍແດນ ຮົວບຸມ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວ໊ກຫຽນ ສະເໜີໃຫ້ອໍານາດການປົກຄອງທ້ອງຖິ່ນເອົາໃຈໃສ່, ສໍາຫຼວດກວດຄືນບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ ເພື່ອມີແຜນການຊ່ວຍເຫຼືອຢ່າງທັນການ, ຮັບປະກັນໃຫ້ທຸກໆຄອບຄົວລ້ວນແຕ່ໄດ້ຕ້ອນຮັບບຸນເຕັດດ້ວຍຄວາມຜາສຸກ. ຫຼັງຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວ໊ກຫຽນ ກໍໄດ້ໄປຢ້ຽມຢາມ, ອວຍພອນບຸດເຕັດອໍານາດການປົກຄອງ, ປະຊາຊົນຕາແສງ ຮົວບຸມ ແລະ ບັນດາພະນັກງານ, ນັກຮົບຢູ່ຄ້າຍປ້ອງກັນຊາຍແດນ ຮົວບຸມ. ນອກຈາກນັ້ນ, ທ່ານຍັງໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຄູອາຈານ ແລະ ນັກສຶກສາຢູ່ໂຮງຮຽນມັດທະຍົມກິນນອຊົນເຜົ່ານຮົວບຸມ ແລະ ບັນດາຄອບຄົວເປົ້າໝາຍນະໂຍບາຍຢູ່ຕາແສງດັ່ງກ່າວອີກດ້ວຍ. (ແຫຼ່ງຄັດຈາກ VOV)

ຕອນບ່າຍວັນທີ 13 ມັງກອນ, ຄະນະປະຕິບັດງານຂອງສະພາແຫ່່ງຊາດຫວຽດນາມ ໂດຍທ່ານ ຟຸ່ງກວ໊ກຫຽນ ຮອງປະທານສະພາແຫ່ງຊາດຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ອວຍພອນບຸນເຕັດພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ເມືອງ ນໍ້າຍຸ່ນ, ແຂວງລາຍເຈົາ ຂອງຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວ໊ກຫຽນ ຢ້ຽມຢາມ, ອວຍພອນບຸດເຕັດນັກຮົບຢູ່ຄ້າຍປ້ອງກັນຊາຍແດນ ຮົວບຸມ (ພາບ:TTXVN) ຢູ່ຕາແສງຊາຍແດນ ຮົວບຸມ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວ໊ກຫຽນ ສະເໜີໃຫ້ອໍານາດການປົກຄອງທ້ອງຖິ່ນເອົາໃຈໃສ່, ສໍາຫຼວດກວດຄືນບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ ເພື່ອມີແຜນການຊ່ວຍເຫຼືອຢ່າງທັນການ, ຮັບປະກັນໃຫ້ທຸກໆຄອບຄົວລ້ວນແຕ່ໄດ້ຕ້ອນຮັບບຸນເຕັດດ້ວຍຄວາມຜາສຸກ. ຫຼັງຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວ໊ກຫຽນ ກໍໄດ້ໄປຢ້ຽມຢາມ, ອວຍພອນບຸດເຕັດອໍານາດການປົກຄອງ, ປະຊາຊົນຕາແສງ ຮົວບຸມ ແລະ ບັນດາພະນັກງານ, ນັກຮົບຢູ່ຄ້າຍປ້ອງກັນຊາຍແດນ ຮົວບຸມ. ນອກຈາກນັ້ນ, ທ່ານຍັງໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຄູອາຈານ ແລະ ນັກສຶກສາຢູ່ໂຮງຮຽນມັດທະຍົມກິນນອຊົນເຜົ່ານຮົວບຸມ ແລະ ບັນດາຄອບຄົວເປົ້າໝາຍນະໂຍບາຍຢູ່ຕາແສງດັ່ງກ່າວອີກດ້ວຍ. (ແຫຼ່ງຄັດຈາກ VOV)