ຂ່າວສານ ຄະນະພະນັກງານການເມືອງຂັ້ນສູງກອງທັບປະຊາຊົນ ຫວຽດນາມ ຢ້ຽມຢາມສັນທະວະໄມຕີ ຈີນ 24/07/2018 ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານພົນໂທ ແມ໋ວຄ໋ວາ, ຫົວໜ້າກົມວຽກງານການເມືອງຄະນະພັກການທະຫານສູນກາງ ຈີນ, ຄະນະພະນັກງານການເມືອງຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນໂທ ເລືອງເກື່ອງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ນຳໜ້າ, ຢ້ຽມຢາມສັນທະວະໄມຕີ ສປ.ຈີນ ແຕ່ວັນທີ 22 – 26 ກໍລະກົດ. ການຢ້ຽມຢາມ ຈີນ ຄັ້ງນີ້ ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ, ປະກອບສ່ວນປັບປຸງການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພັດທະນາສາຍພົວພັນຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ, ປະຊາຊົນ ແລະ ກອງທັບ 2 ປະເທດຢ່າງໝັ້ນຄົງເຂັ້ມແຂງ ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາຍໃນພາກພື້ນ ແລະ ໂລກ. ການຢ້ຽມຢາມຄັ້ງນີ້ ໄດ້ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ແລະ ກົມວຽກງານການເມືອງຄະນະພັກການທະຫານສູນກາງ ຈີນ, ຜັນຂະຫຍາຍເນື້ອໃນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຮອດປີ 2025 ລະຫວ່າງ 2 ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຈີນ ໃນຂົງເຂດວຽກງານພັກ, ວຽກງານການເມືອງ; ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ກອງທັບ 2 ປະເທດ. (ແຫຼ່ງຄັດຈາກ VOV)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານພົນໂທ ແມ໋ວຄ໋ວາ, ຫົວໜ້າກົມວຽກງານການເມືອງຄະນະພັກການທະຫານສູນກາງ ຈີນ, ຄະນະພະນັກງານການເມືອງຂັ້ນສູງກອງທັບປະຊາຊົນ ຫວຽດນາມ ໂດຍທ່ານພົນໂທ ເລືອງເກື່ອງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ນຳໜ້າ, ຢ້ຽມຢາມສັນທະວະໄມຕີ ສປ.ຈີນ ແຕ່ວັນທີ 22 – 26 ກໍລະກົດ. ການຢ້ຽມຢາມ ຈີນ ຄັ້ງນີ້ ເພື່ອແນໃສ່ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງ 2 ປະເທດ, ປະກອບສ່ວນປັບປຸງການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ພັດທະນາສາຍພົວພັນຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ, ປະຊາຊົນ ແລະ ກອງທັບ 2 ປະເທດຢ່າງໝັ້ນຄົງເຂັ້ມແຂງ ປະກອບສ່ວນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາຍໃນພາກພື້ນ ແລະ ໂລກ. ການຢ້ຽມຢາມຄັ້ງນີ້ ໄດ້ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ແລະ ກົມວຽກງານການເມືອງຄະນະພັກການທະຫານສູນກາງ ຈີນ, ຜັນຂະຫຍາຍເນື້ອໃນຖະແຫຼງການວິໄສທັດຮ່ວມກ່ຽວກັບການຮ່ວມມືດ້ານປ້ອງກັນຊາດຮອດປີ 2025 ລະຫວ່າງ 2 ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ຈີນ ໃນຂົງເຂດວຽກງານພັກ, ວຽກງານການເມືອງ; ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ກອງທັບ 2 ປະເທດ. (ແຫຼ່ງຄັດຈາກ VOV)