ຂ່າວສານ

ຄະນະຜູ້ແທນ ອາເມລິກາ ຢ້ຽມຢາມ Greenland ໃນຂະນະທີ່ທ່ານປະທານາທິບໍດີ Donald Trump ພວມຊຸກຍູ້ແຜນການຢຶດຄອງດິນແດນ

ຄະນະຜູ້ແທນ ອາເມລິກາ ເຊື່ອໝັ້ນວ່າ ການຢ້ຽມຢາມຈະນຳມາເຊິ່ງໂອກາດສ້າງການພົວພັນຄູ່ຮ່ວມມືທີ່ເຄົາລົບສິດຕັດສິນດ້ວຍຕົນເອງຂອງ Greenland
ທ່ານຮອງປະທານາທິບໍດີ ອາເມລິກາ J.D Vance ແລະ ທ່ານນາງ Usha Vance, ພັນລະຍາ (ພາບປະກອບ: AFP)

ມີຄະນະຜູ້ແທນຂັ້ນສູງ ອາເມລິກາ ຈະໄປຢ້ຽມຢາມ Greenland ໃນອາທິດນີ້, ໃນຂະນະທີ່ອຳນາດການປົກຄອງຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ພວມຊຸກຍູ້ແຜນການໂຮມເຂດດິນແດນເຄິ່ງປົກຄອງດ້ວຍຕົນເອງຍຸດທະສາດນີ້ຂອງ ແດນມາກ ເຂົ້າ ອາເມລິກາ. ຄະນະຜູ້ແທນໂດຍທ່ານນາງ Usha Vance, ພັນລະຍາຂອງທ່ານຮອງປະທານາທິບໍດີ ອາເມລິກາ J.D Vance ນຳໜ້າ, ພ້ອມກັບທ່ານ Mike Waltz, ທີ່ໃຫ້ຄຳປຶກສາຄວາມໝັ້ງຄົງແຫ່ງຊາດ ອາເມລິກາ ແລະ ທ່ານ Chris Wright, ລັດຖະມົນຕີກະຊວງພະລັງງານ.

ແຈ້ງການຂອງທຳນຽບຂາວຊີ້ແຈ້ງວ່າ, ບັນດາເຈົ້າໜ້າທີ່ ອາເມລິກາ ມີແຜນການໄປຢ້ຽມຢາມຖານທີ່ໝັ້ນອາວະກາດ Pituffik, ຖານທີ່ໝັ້ນດ້ານການທະຫານຂອງ ອາເມລິກາ ຢູ່ Greenland, ກໍຄືຢ້ຽມຢາມບັນດາເຂດປູຊະນີຍະສະຖານປະຫວັດສາດຢູ່ທີ່ນີ້. ຕາມທ່ານ Brian Hughes, ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ແລ້ວ, ຄະນະຜູ້ແທນ ອາເມລິກາ ເຊື່ອໝັ້ນວ່າ ການຢ້ຽມຢາມຈະນຳມາເຊິ່ງໂອກາດສ້າງການພົວພັນຄູ່ຮ່ວມມືທີ່ເຄົາລົບສິດຕັດສິນດ້ວຍຕົນເອງຂອງ Greenland ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດ.


top