ຂ່າວສານ

ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ເຮັດວຽກຢູ່ແຂວງ ເລີມດົງ

      ທ່ານນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງບັນດາໝາກຜົນເຊິ່ງແຂວງ ເລີມດົງ ບັນລຸໄດ້. ພ້ອມທັງ ປາດຖະໜາວ່າ ການນຳແຂວງສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອບັນດາແຂວງຂອງ ລາວ

ທີ່ການເຮັດວຽກ (ພາບ: TTXVN)
      ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ຕອນເຊົ້າວັນທີ 07 ມີນາ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ລາວ ໂດຍທ່ານນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ລາວ ນຳໜ້າໄດ້ເຮັດວຽກກັບການນຳແຂວງ ເລີມດົງ ກ່ຽວກັບການພັດທະນາເສດຖະກິດ ແລະ ການຮ່ວມມືພັດທະນາທ່ອງທ່ຽວ. ທີ່ການເຮັດວຽກ, ທ່ານ ຫງວຽນຊວນຕ໊ຽນ, ເລຂາພັກແຂວງ ເລີມດົງ ໄດ້ລາຍງານກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງແຂວງ.
        ພາຍຫລັງແລກປ່ຽນຂໍ້ມູນຂ່າວກ່ຽວກັບເສດຖະກິດ, ສັງຄົມ, ເປັນຕົ້ນແມ່ນບັນຫາຫລຸດຜ່ອນຄວາມທຸກຍາກ, ສ້າງແຜນຜັງຕົວເມືອງ, ທ່ານນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງບັນດາໝາກຜົນເຊິ່ງແຂວງ ເລີມດົງ ບັນລຸໄດ້. ພ້ອມທັງ ປາດຖະໜາວ່າ ການນຳແຂວງສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອບັນດາແຂວງຂອງ ລາວ ໃນການຖ່າຍທອດວິທະຍາສາດເຕັກນິກກ່ຽວກັບການພັດທະນາກະສິກຳໝູນໃຊ້ເຕັກໂນໂລຊີສູງ, ຖ່າຍທອດບົດຮຽນໃນການພັດມະນາທ່ອງທ່ຽວຄຸນນະພາບສູງ, ສ້າງນະຄອນອັດສະລິຍະ.
 (ແຫຼ່ງຄັດຈາກ VOV)


top