ຂ່າວສານ

ຄະນະຊີ້ນຳແຫ່ງຊາດເປັນເອກະພາບສະເໜີບັນດາກຸ່ມຄວາມສ່ຽງໂຄວິດ-19

ຮ່າໂນ້ຍ ແມ່ນນອນໃນກຸ່ມມີຄວາມສ່ຽງສູງ, 3 ແຂວງ, ນະຄອນອື່ນລວມມີ ນະຄອນໂຮ່ຈີມິນ, ບັ໊ກນິງ ແລະ ຮ່າຢາງ ນອນໃນກຸ່ມມີຄວາມສ່ຽງ.


ທີ່ກອງປະຊຸມ. 
(ພາບ: VGP)


ທີ່ກອງປະຊຸມໃນຕອນເຊົ້າວັນທີ 22 ເມສາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ເປັນເອກະພາບສະເໜີຕໍ່ທ່ານນາຍົກລັດຖະມົນຕີບັນຊີລາຍຊື່ບັນດາທ້ອງຖິ່ນທີ່ມີຄວາມສ່ຽງ ແລະ ສະເໜີຈັດວາງມາດຕະການແຍກຫ່າງໃນສັງຄົມໃຫ້ທຽບເທົ່າຕາມແຕ່ລະກຸ່ມ. ຕາມນັ້ນແລ້ວ, ຮ່າໂນ້ຍ ແມ່ນນອນໃນກຸ່ມມີຄວາມສ່ຽງສູງ, 3 ແຂວງ, ນະຄອນອື່ນລວມມີ ນະຄອນໂຮ່ຈີມິນ, ບັ໊ກນິງ ແລະ ຮ່າຢາງ ນອນໃນກຸ່ມມີຄວາມສ່ຽງ; ບັນດາແຂວງ, ນະຄອນທີ່ຍັງເຫຼືອ ແມ່ນນອນໃນກຸ່ມມີຄວາມສ່ຽງຕ່ຳ. ຈາກນັ້ນ, ທ້ອງຖິ່ນຕ່າງໆສາມາດຈັດວາງບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢ່າງເໝາະສົມ, ມີປະສິດທິຜົນ.

ບັນດາຂໍ້ສະເໜີທີ່ຍົກອອກມານັ້ນແມ່ນອີງໃສ່ພື້ນຖານການຕິດຕາມສະພາບການຜັນແປ ຂອງໂລກລະບາດໂຄວິດ- 19 ໃນໄລຍະຜ່ານມາ ແລະ ອີງໃສ່ບັນດາມາດຕະຖານທີ່ໄດ້ ຄົ້ນຄວ້າ, ໄຈ້ແຍກບັນດາປັດໃຈມີຄວາມສ່ຽງໃຫ້ແກ່ແຕ່ລະແຂວງ, ນະຄອນ.

 (ແຫຼ່ງຄັດຈາກ VOV)


top