ຕອນເຊົ້າວັນທີ 12 ມິຖຸນາ ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງ.
ການສະແດງສິລະປະໃນພິທີສະເຫຼີມສະຫຼອງ
ເຂົ້າຮ່ວມພິທີມີທ່ານ ຟ້າມບີ່ງມີງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ, ທ່ານ ເລຮ່ວາຍຈູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ, ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາພະນັກງານການທູດຜ່ານໄລຍະຕ່າງໆ.
ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ໄດ້ເນັ້ນໜັກວ່າ: ຜ່ານ 40 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ຄະນະກຳມະການແຫ່ງຊາດ UNESCO ຍາມໃດກໍ່ຢືນຢັນບົດບາດ ແລະ ຄວາມສຳຄັນຂອງຕົນສຳລັບພາລະກິດສ້າງສາ ແລະ ພັດທະນາປະເທດຊາດ. ຄະນະກຳມະການແຫ່ງຊາດ UNESCO ຫວຽດນາມ ໄດ້ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່ປະຫວັດສາດ, ວັດທະນະທຳປະເທດຊາດ ແລະ ຊາວ ຫວຽດນາມ ກັບໂລກເປັນຢ່າງດີ:
“ຄະນະກຳມະການໄດ້ປະກອບສ່ວນສຳຄັນ ນຳການທູດວັດທະນະທຳກາຍເປັນໜຶ່ງໃນບັນດາເສົາຄ້ຳສຳຄັນຂອງພື້ນຖານການທູດ ຫວຽດນາມ ທັນສະໄໝ. ບັນດາຄວາມມານະພະຍາຍາມນັ້ນ ກໍ່ໄດ້ຊ່ວຍປຸກລຸກ, ສົ່ງເສີມນ້ຳໃຈເອກອ້າງທະນົງໃຈຂອງຊາດ, ເພື່ອໃຫ້ຄວາມຫວັງບື່ນຕົວຂຶ້ນ, ພັດທະນາເສດຖະກິດ, ສັງຄົມ, ວິທະຍາດສາດ, ອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າມໍຣະດົກວັດທະນະທຳ, ພ້ອມທັງເຮັດໃຫ້ຮູບພາບປະເທດຊາດ, ຊາວ ຫວຽດນາມ ມີຄວາມອຸດົມສົມບູນກ່ວາຕໍ່ເພື່ອນມິດສາກົນ. ດ້ວຍ 35 ນາມມະຍົດໂດຍ UNESCO ຮັບຮູ້ ແລະ ໄດ້ປະສົບຜົນສຳເລັດຫຼາຍຄັ້ງໃນຖານະຕຳແໜ່ງເປັນສະມາຊິກຂອງບັນດາອົງການທີ່ມີອິດທິພົນຊື່ສຽງຄື: ຄະນະກຳມະການມໍຣະດົກໂລກ, ສະພາບໍລິຫານ UNESCO, ຫວຽດນາມ ໄດ້ ແລະ ຈະສືບຕໍ່ຮ່ວມເດີນທາງພ້ອມກັບ UNESCO ໃນວິວັດການປະຕິບັດພາລະໜ້າທີ່ອັນສູງສົງຂອງຕົນ.”
(ແຫຼ່ງຄັດຈາກ VOV)