ຫວຽດນາມ ສັງກາດໃໝ່

ຄະນະກຳມະການເລືອກຕັ້ງ ນະຄອນ ໂຮ່ຈີມິນ ສະແດງ ຄວາມຂອບ ໃຈ ຕໍ່ຜູ້ມີສິດເລືອກຕັ້ງ ພາຍຫຼັງວັນບຸນ ຂອງ ທົ່ວປວງຊົນ

ຄະນະກຳມະການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ XVI ແລະ ສະມາຊິກ ສະພາປະຊາຊົນ ຂັ້ນຕ່າງໆ ສົກປີ 2026-2031 ໄດ້ ເຮັດຈົດໝາຍຂອບໃຈ ສົ່ງເຖິງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນ ນະ ຄອນ ໂຮ່ຈີມິນ ພາຍຫຼັງຄວາມສຳເລັດ ຂອງ ການເລືອກຕັ້ງ.
ບັນຍາກາດທີ່ມ່ວນຊື່ນ ແລະ ເບີກບ່ານຢູ່ເຂດຢາຍ ໃບບັດເລືອກຕັ້ງ ຢູ່ເຂດເລືອກຕັ້ງ ຈາກ ຕາແສງເກາະ ມິງເຈົາ ຂອງ ຮ່າໂນ້ຍ. ພາບ: ກົງດາດ/VNP
ໜ່ວຍເລືອກຕັ້ງຈ້ຳຕາຢັ້ງຢືນ ໃຫ້ບັນດາຜູ້ມີສິດເລືອກຕັ້ງ ທີ່ໄດ້ປ່ອນບັດສຳເລັດແລ້ວ. ພາບ: ກົງດາດ/VNP
ຕາມຄະນະກຳມະການເລືອກຕັ້ງ, ການເລືອກຕັ້ງ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ XVI ແລະ ສະມາຊິກ ສະພາປະຊາຊົນ ຂັ້ນຕ່າງໆ ສົກປີ 2026-2031 ແມ່ນເຫດການ ການເມືອງ ທີ່ສຳຄັນຍິ່ງ, ເຊິ່ງຈັດ ຂຶ້ນໃນທ່າມກາງ ສະພາບການ ແຫ່ງພາລະກິດປ່ຽນແປງໃໝ່ ພາຍຫຼັງ 40 ປີ ທີ່ຍາດມາໄດ້ ຜົນສຳເລັດອັນໃຫຍ່ຫຼວງ ແລະ ມີຄວາມໝາຍ ປະຫວັດສາດ ໃນທຸກຂົງເຂດ.                

ນີ້ກໍແມ່ນໄລຍະເວລາ ທີ່ທົ່ວປະເທດ ພວມຕັ້ງໜ້າ ຜັນຂະຫຍາຍ ການ ຈັດວາງ, ປັບປຸງ ກົງຈັກລະບົບການເມືອງ ໃຫ້ກະທັດຮັດ, ຈັດຕັ້ງ ຄືນ ໃໝ່ ກ່ຽວກັບເຂດແດນການປົກຄອງ ແລະ ດຳເນີນຮູບແບບອຳນາດ ການປົກຄອງທ້ອງຖິ່ນ 2 ຂັ້ນ, ຮັບປະກັນ ມາດຖານ “ກະທັດຮັດ, ເຂັ້ມ ແຂງ, ມີປະສິດທິພາບ, ມີຜົນສັກສິດ, ມີປະສິດທິຜົນ”, ແນໃສ່ມຸ່ງໄປ ສູ່ສັງກາດແຫ່ງການພັດທະນາໃໝ່ ຂອງ ປະເທດຊາດ.  

ດັ່ງນັ້ນ, ການເລືອກຕັ້ງ ບໍ່ພຽງແຕ່ແມ່ນເຫດການ ທາງການເມືອງເທົ່າ ນັ້ນ, ແຕ່ຍັງແມ່ນບັ້ນການເຄື່ອນໄຫວປະຊາທິປະໄຕ ຢ່າງກວ້າງຂວາງ ແລະ ເລິກເຊິ່ງ, ແມ່ນໂອກາດໃຫ້ພົນລະເມືອງ ແຕ່ລະຄົນ ໄດ້ປະຕິບັດ ສິດ ເປັນເຈົ້າໂດຍກົງ, ສະແດງໃຫ້ເຫັນເຈດຈຳນົງ ແລະ ຄວາມ ຮັບຜິດຊອບ ຕໍ່ພາລະກິດ ການພັດທະນາ ປະເທດຊາດ.  

ຢູ່ ນະຄອນ ໂຮ່ຈີມິນ, ການເລືອກຕັ້ງ ໄດ້ດຳເນີນໄປ ທ່າມກາງບັນຍາ ກາດ ທີ່ເບີກບ່ານມ່ວນຊື່ນ, ປະຊາທິປະໄຕ, ສະຫງ່າຜ່າເຜີຍ, ປອດ ໄພ, ຖືກຕ້ອງຕາມລະບຽບການ ແລະ ປະສົບຜົນສຳເລັດຢ່າງຈົບງາມ.  

ອາສາສະໝັກເພດຍິງ ຂອງຄະນະຊາວໜຸ່ມຕາແສງ ອານລາກ, ນະຄອນ ໂຮ່ຈີມິນ ປະຕິບັດສິດປ່ອນບັດເລືອກຕັ້ງ ຢູ່ເຂດເລືອກຕັ້ງທີ 31. ພາບ: ເລມິງ/VNP

ບັນດາສະມາຊິກໜ່ວຍເລືອກຕັ້ງ ຢູ່ຈຸດທີ 31, ຕາແສງ ອານລາກ, ນະຄອນ ໂຮ່ຈີມິນ ປະສານສົມທົບກັນຢ່າງກົມກຽວ, ຮັບປະກັນບັນດາຂັ້ນຕອນວິຊາສະເພາະ ໃຫ້ດຳເນີນໄປຖືກຕ້ອງຕາມຂະບວນການ. ພາບ: ເລມິງ/VNP

ດ້ວຍອັດຕາສ່ວນຜູ້ມີສິດເລືອກຕັ້ງເຂົ້າຮ່ວມ ການປ່ອນບັດ ບັນລຸ ກວ່າ 99%, ເລືອກໄດ້ຄົບຕາມຈຳນວນ ສະມາຊິກ ຕາມລະບຽບການ ດ້ວຍ ລະດັບຄວາມໄວ້ເນື້ອເຊື່ອໃຈສູງ, ໝາກຜົນນີ້ ໄດ້ສະແດງໃຫ້ເຫັນ ຢ່າງ ຈະແຈ້ງ ເຖິງນ້ຳໃຈ ຄວາມຮັບຜິດຊອບ ແລະ ສິດເປັນເຈົ້າ ຂອງ ປະຊາຊົນ ຕໍ່ກັບ ເຫດການທີ່ສຳຄັນ ຂອງປະເທດຊາດ; ພ້ອມກັນນັ້ນ ກໍແມ່ນຫຼັກຖານຢັ້ງຢືນ ໃຫ້ແກ່ເຈດຈຳນົງ, ຄວາມມຸ່ງມາດ ປາດຖະໜາ, ຄວາມເຊື່ອໝັ້ນ ຂອງ ປະຊາຊົນ ແລະ ຄວາມຄາດຫວັງ ຂອງ ຜູ້ມີສິດເລືອກຕັ້ງ ໃນການຄັດເລືອກ ເອົາບັນດາສະມາຊິກ ທີ່ດີເດັ່ນ, ດີເລີດ ທາງດ້ານຄຸນສົມບັດ, ສະຕິປັນຍາ, ຄວາມກ້າຫານ, ສົມເປັນຕົວແທນ ໃຫ້ແກ່ປະຊາຊົນ.  

ບັດເລືອກຕັ້ງແຕ່ລະໃບ ທີ່ຜູ້ມີສິດເລືອກຕັ້ງລົງໄປ ສະແດງເຖິງ ຄວາມ ໄວ້ວາງໃຈ, ຄວາມເຊື່ອໝັ້ນ, ຄວາມຮັບຜິດຊອບ ແລະ ຄວາມມຸ່ງມາດ ປາດຖະໜາ ໃນການສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດ ໃຫ້ນັບມື້ນັບ ພັດທະນາຮັ່ງມີ ເຂັ້ມແຂງ ແລະ ຍືນຍົງ.  

ການນຳຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການ ປະຊາຊົນ, ຄະນະກຳມະການ ແນວໂຮມປະເທດຊາດ ຫວຽດນາມ ແລະ ຄະນະກຳມະການເລືອກຕັ້ງ ນະຄອນ ຂໍຈົດຈຳ ແລະ ຕີລາຄາສູງ ຕໍ່ການເຂົ້າຮ່ວມຢ່າງເປັນເຈົ້າການ ແລະ ມີຄວາມຮັບຜິດຊອບ ຂອງ ທົ່ວທັງລະບົບການເມືອງ ແລະ ພາກທຸລະກິດ; ຂໍຊົມເຊີຍຕໍ່ ຄວາມ ທຸ້ມເທ ຂອງ ເຈົ້າໜ້າທ່ີ ປະຈໍາໜ່ວຍເລືອກຕັ້ງ ແລະ ຂະນະດຽວກັນ ກໍຊົມເຊີຍ ຕໍ່ຄວາມຮັບຜິດຊອບ ອັນສູງສົ່ງ ຂອງ ກໍາລັງທະຫານ, ຕໍາ ຫຼວດ, ກໍາລັງ ແພດ ແລະ ບັນດາກຳລັງ ທີ່ເຮັດໜ້າທີ່ ຮັບປະກັນວຽກ ງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ຢູ່ຮາກຖານ ໃນການຮັກ ສາຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນຄວາມປອດໄພ ໃຫ້ ແກ່ປະຊາຊົນ.  

ບັນດາຈຸດປ່ອນບັດຢູ່ ນະຄອນ ໂຮ່ຈີມິນ ໄດ້ດຳເນີນໄປໃນບັນຍາກາດທີ່ເຂັ້ມງວດ ແລະ ປອດໄພ; ຜູ້ມີສິດເລືອກຕັ້ງປະຕິບັດສິດປ່ອນບັດ ຖືກຕ້ອງຕາມລະບຽບການ. ພາບ: ເລມິງ/VNP

ວິນາທີໃນການຈ້ຳຕາໃສ່ບັດຜູ້ມີສິດເລືອກຕັ້ງ ເພື່ອຢັ້ງຢືນວ່າຜູ້ມີສິດເລືອກຕັ້ງໄດ້ສຳເລັດການປ່ອນບັດແລ້ວ. ພາບ: ກົງດາດ/VNP

ຄຽງຄູ່ກັນນັ້ນ, ທາງນະຄອນ ໄດ້ສະແດງຄວາມຂອບໃຈ ຢ່າງຈິງໃຈ ຕໍ່ ການຮ່ວມທາງ ແລະ ການສະໜັບສະໜູນ ຢ່າງຕັ້ງໜ້າຂອງບັນດາບຸກ ຄົນສຳຄັນທາງສາສະໜາ; ຖັນແຖວປັນຍາຊົນ, ສິລະປິນ, ຄູອາຈານ, ສະມາຊິກ ຊາວໜຸ່ມ; ຜູ້ທີ່ເຮັດວຽກງານ ສື່ມວນຊົນ ແລະ ປະຊາຊົນ ທຸກຊັ້ນຄົນ. ຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ, ການປະສານສົມ ທົບ ຢ່າງແໜ້ນແຟ້ນ ຂອງ ກຸ່ມກ້ອນມະຫາສາມັກຄີ ທົ່ວປວງຊົນ ໄດ້ ປະກອບສ່ວນ ເຮັດໃຫ້ ການເລືອກຕັ້ງປະສົບຜົນສຳເລັດ.  

ໃນຕໍ່ໜ້າ, ພາລະກິດສ້າງສາ ແລະ ພັດທະນານະຄອນ ໄດ້ວາງ ໜ້າທີ່ ອັນໜັກໜ່ວງ ແລະ ເປົ້າໝາຍທີ່ສຳຄັນຫຼາຍຢ່າງ, ເຊິ່ງຮຽກຮ້ອງໃຫ້ມີ ຄວາມພະຍາຍາມ ແລະ ຄວາມຕັດສິນໃຈ ສູງກວ່າເກົ່າ ຂອງທົ່ວທັງ ລະບົບການເມືອງ.  

ອຳນາດການປົກຄອງນະຄອນ ຫວັງຢ່າງຍິ່ງວ່າ ຈະສືບຕໍ່ໄດ້ຮັບຄວາມ ເອົາໃຈໃສ່, ຮ່ວມທາງ ແລະ ການສະໜັບສະໜູນ ຈາກເຈົ້າໜ້າທ່ີທຸກ ຝ່າຍ, ສະມາຊິກພັກ, ກຳລັງປະກອບອາວຸດ, ພາກທຸລະກິດ, ຖັນແຖວ ປັນຍາຊົນ, ສິລະປິນ, ຄູອາຈານ, ສະມາຊິກຊາວໜຸ່ມ ແລະ ປະຊາຊົນ ແນໃສ່ປະຕິບັດ ບັນດາເປົ້າໝາຍ ພັດທະນາເສດຖະກິດ - ສັງຄົມໃຫ້ ມີໄຊ, ຮັບປະກັນ ວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສ້າງລະບົບການເມືອງໃຫ້ນັບມື້ນັບເຂັ້ມແຂງ, ເພື່ອການພັດທະນາ ທີ່ ຍືນຍົງ ຂອງ ນະຄອນ ແລະ ຊີວິດການເປັນຢູ່ຂອງ ປະຊາຊົນ ໃຫ້ນັບ ມື້ ນັບດີຂຶ້ນ.


top