ຂ່າວສານ

ຄະນະກອງທັບປະຊາຊົນຫວຽດນາມ ຢ້ຽມຢາມ ສປປ.ລາວ ແລະ ລາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ

      ຄະນະພະນັກງານການເມືອງຂັ້ນສູງ ກອງທັບປະຊາຊົນຫວຽດນາມ, ໂດຍ ທ່ານພົນໂທ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ນໍາໜ້າ ເດີນທາງໄປຢ້ຽມຢາມ ສປປ.ລາວ ແລະ ລາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງ ໃນລະຫວ່າງວັນທີ 18 – 22 ກັນຍາ.

ທ່ານພົນໂທ ເລືອງເກື່ອງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ 
(ພາບ:Duong Giang/TTXVN )
      ການຢ້ຽມຢາມຄັ້ງນີ້ ແມ່ນເພື່ອແນໃສ່ແລກປ່ຽນ, ເປັນເອກະພາບກັນໃນບັນດາເນື້ອໃນ, ມາດຕະການການຮ່ວມມືໃນໄລຍະຈະມາເຖິງ ລະຫວ່າງກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ກັບ ກົມໃຫຍ່ການເມືອງ ກອງປະທັບປະຊາຊົນລາວ ແລະ ກົມໃຫຍ່ ກົມບໍລິການ ກະຊວງປ້ອງກັນປະເທດ ກໍາປູເຈຍ, ປະກອບສ່ວນເຂົ້າໃນການປັບປຸງ, ເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນ ແລະ ກອງທັບປະຊາຊົນຫວຽດນາມ ກັບ ປະຊາຊົນ, ກອງທັບປະຊາຊົນສອງປະເທດ ລາວ ແລະ ກໍາປູເຈຍ.
 (ແຫຼ່ງຄັດຈາກ VOV)


top