ຂ່າວສານ ຄວາມເຄັ່ງຕຶງ ອາເມລິກາ - ເວເນຊູເອລາ ເພີ່ມຂຶ້ນ ພາຍຫຼັງຖະແຫຼງການປິດປະຕູເຂດນ່ານຟ້າຂອງທ່ານ ປະທານາທິບໍດີ Donald Trump 01/12/2025 ເວເນຊູເອລາ ໄດ້ມີປະຕິກິລິຍາຢ່າງຮ້າຍແຮງໃນວັນທີ 29 ພະຈິກ ພາຍຫຼັງຖະແຫຼງການປິດປະຕູຂອງທ່ານປະທານາທິບໍດີ Donald Trump. ປະຊາຊົນເຂົ້າຮ່ວມການແຫ່ຂະບວນປະທ້ວງຄັດຄ້ານຕໍ່ສະພາບຄວາມເຄັ່ງຕຶງ ລະຫວ່າງປະເທດນີ້ກັບ ອາເມລິກາ ເພີ່ມຂຶ້ນ (ພາບ: REUTERS/Gaby Oraa)ຄວາມເຄັ່ງຕຶງລະຫວ່າງສອງປະເທດເພີ່ມຂຶ້ນຢ່າງແຮງໃນສະພາບການອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ໄດ້ນາບຂູ່ດ້ວຍການເຄື່ອນໄຫວການທະຫານເລັ່ງໃສ່ ເວເລຊູເອລາ ເປັນຫຼາຍຄັ້ງ, ດ້ວຍຂໍ້ອ້າງກ່າວຫາປະເທດນີ້ກ່ຽວຂ້ອງເຖິງການເຄື່ອນໄຫວຊື້ຢາເສບຕິດແບບຜິດກົດໝາຍ. ກະຊວງການຕ່າງປະເທດ ເວເນຊູເອລາ ຕຳໜິຕິຕຽນຄຳປາໄສຂອງທ່ານປະທານາທິບໍດີ Donald Trump ວ່າ ແມ່ນການນາບຂູ່ເຖິງອະທິປະໄຕແຫ່ງຊາດ ແລະ ບໍ່ສອດຄ່ອງກັບກົດໝາຍສາກົນ. ປະເທດນີ້ຢັ້ງຢືນຈະບໍ່ປະນິປະນອມຕໍ່ກຳລັງກົດດັ່ນ ຫຼື ການແຊກແຊງຕໍ່ບໍ່ວ່າກຳລັງຕ່າງປະເທດໃດໆ, ໂດຍເນັ້ນໜັກວ່າ ຈະສືບຕໍ່ປະຕິບັດທຸກວິທີເພື່ອຮັກສາອະທິປະໄຕເຂດນ່ານຟ້າແຫ່ງຊາດຢ່າງຄົບຖ້ວນ.

ເວເນຊູເອລາ ໄດ້ມີປະຕິກິລິຍາຢ່າງຮ້າຍແຮງໃນວັນທີ 29 ພະຈິກ ພາຍຫຼັງຖະແຫຼງການປິດປະຕູຂອງທ່ານປະທານາທິບໍດີ Donald Trump. ປະຊາຊົນເຂົ້າຮ່ວມການແຫ່ຂະບວນປະທ້ວງຄັດຄ້ານຕໍ່ສະພາບຄວາມເຄັ່ງຕຶງ ລະຫວ່າງປະເທດນີ້ກັບ ອາເມລິກາ ເພີ່ມຂຶ້ນ (ພາບ: REUTERS/Gaby Oraa)ຄວາມເຄັ່ງຕຶງລະຫວ່າງສອງປະເທດເພີ່ມຂຶ້ນຢ່າງແຮງໃນສະພາບການອຳນາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ໄດ້ນາບຂູ່ດ້ວຍການເຄື່ອນໄຫວການທະຫານເລັ່ງໃສ່ ເວເລຊູເອລາ ເປັນຫຼາຍຄັ້ງ, ດ້ວຍຂໍ້ອ້າງກ່າວຫາປະເທດນີ້ກ່ຽວຂ້ອງເຖິງການເຄື່ອນໄຫວຊື້ຢາເສບຕິດແບບຜິດກົດໝາຍ. ກະຊວງການຕ່າງປະເທດ ເວເນຊູເອລາ ຕຳໜິຕິຕຽນຄຳປາໄສຂອງທ່ານປະທານາທິບໍດີ Donald Trump ວ່າ ແມ່ນການນາບຂູ່ເຖິງອະທິປະໄຕແຫ່ງຊາດ ແລະ ບໍ່ສອດຄ່ອງກັບກົດໝາຍສາກົນ. ປະເທດນີ້ຢັ້ງຢືນຈະບໍ່ປະນິປະນອມຕໍ່ກຳລັງກົດດັ່ນ ຫຼື ການແຊກແຊງຕໍ່ບໍ່ວ່າກຳລັງຕ່າງປະເທດໃດໆ, ໂດຍເນັ້ນໜັກວ່າ ຈະສືບຕໍ່ປະຕິບັດທຸກວິທີເພື່ອຮັກສາອະທິປະໄຕເຂດນ່ານຟ້າແຫ່ງຊາດຢ່າງຄົບຖ້ວນ.