ເຫດການ ແລະ ບັນຫາ

ຄວາມໝັ້ນຄົງຂະໜົງແກ່ນໃນການພົວພັນ ຫວຽດນາມ-ສິງກະໂປ

ທີ່ການຢ້ຽມຢາມ ຫວຽດນາມ ແຕ່ວັນທີ 21-24 ມີນາ 2017,  ທ່ານ ຫຼີສຽນຫຼົງ, ນາຍົກລັດຖະມົນຕີ ສິງກະໂປ ແລະ ບັນດາທ່ານຜູ້ນຳ ຫວຽດນາມ ໄດ້ເປັນເອກະສັນກັນວ່າ ຈະຊຸກຍູ້ຫຼາຍກວ່າເກົ່າການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ; ໃນນັ້ນ ໄດ້ຖືການພັດທະນາຢ່າງແຂງແຮງຂອງການພົວພັນ ຮ່ວມມືດ້ານ ການຄ້າ, ການລົງທຶນ ແລະ ເສດຖະກິດແມ່ນ ເສົາຫຼັກທີ່ໝັ້ນຄົງຂະໜົງແກ່ນຂອງສາຍພົວພັນພິເສດດັ່ງກ່າວນີ້.
ຫວຽດນາມ ແລະ ສິງກະໂປ ເປັນສອງປະເທດຢູ່ອາຊີຕາເວັນ ອອກສ່ຽງໃຕ້ ມີສາຍພົວພັນຄູ່ຮ່ວມມືຍຸດທະສາດ. ສິງກະໂປ ພວມເປັນປະເທດລົງທຶນອັນດັບ 3 ຢູ່ ຫວຽດນາມ. ຄຽງຄູ່ກັນນັ້ນ, ສາຍພົວພັນໃນບັນດາຂົງເຂດຄື: ການເມືອງ, ປ້ອງກັນປະເທດ-ປ້ອງກັນຄວາມສະຫງົບ, ການພົບປະສ້າງສັນລະຫວ່າງປະຊາຊົນສອງປະເທດ… ກໍ່ໄຂຂຶ້ນຢ່າງດີງາມ.
 
ບົນພື້ນຖານດັ່ງກ່າວ, ທີ່ການຢ້ຽມຢາມຄັ້ງນີ້, ທ່ານ ຫຼີສຽນຫຼົງ,​ ນາຍົກລັດຖະມົນຕີ ສິງກະໂປ ແລະ ທ່ານ ຫງວຽນຊວນຟຸກ ໃຫ້ຮູ້ວ່າ ສອງຝ່າຍຕ້ອງເພີ່ມທະວີການກໍ່ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ, ຊຸກຍູ້ການຮ່ວມມືເຊື່ອງໂຍງ ແລະ ເຮັດໃຫ້ການ ພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ-ສິງກະໂປ ມີຄວາມເລິກເຊິ່ງກວ່າເກົ່າ.

ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ຕ້ອນຮັບ
ທ່ານ ຫຼີສຽນຫຼົງ, ນາຍົກລັດຖະມົນຕີແຫ່ງປະເທດ ສິງກະໂປ. ພາບ: ຖົ໋ງເຍິດ/VNA



ພິທີຕ້ອນຮັບຢ່າງເປັນທາງ ການໄດ້ ຈັດຂຶ້ນຢ່າງສົມກຽດທີ່ ທຳນຽບປະທານປະເທດ. ພາບ: ຖົ໋ງເຍິດ/VNA


ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ແລະ ທ່ານ ຫຼີສຽນຫຼົງ,
ນາຍົກລັດຖະມົນຕີແຫ່ງປະເທດ ສິງກະໂປ ກ່ອນທີ່ຈະປະຕິບັດການພົບປະເຈລະຈາ. ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ມີການພົບປະ ເຈລະຈາໃນວົງແຄບກັບ ທ່ານ ຫຼີສຽນຫຼົງ,
ນາຍົກລັດຖະມົນຕີ ແຫ່ງປະເທດ ສິງກະໂປ. ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ແລະ ທ່ານ ຫຼີສຽນຫຼົງ,
ນາຍົກລັດຖະມົນຕີແຫ່ງປະເທດ ສິງກະໂປ ປະຕິບັດການພົບປະເຈລະຈາ. ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ແລະ ທ່ານ ຫຼີສຽນຫຼົງ, ນາຍົກລັດຖະມົນຕີແຫ່ງປະເທດ ສິງກະໂປ
ໄດ້ເປັນສັກຂີພິຍານ ໃນພິທີລົງນາມໃນບົດບັນທຶກ ຊ່ວຍຈຳວ່າດ້ວຍການ ພັດທະນາໂຄງການກໍ່ສ້າງ
ເຂດອຸດສາຫະກຳ ເມືອງໃຫຍ່ ແລະ ການບໍລິການ SVIP ທີ່ ກວາງຈີ້ ຂອງ ຫວຽດນາມ. ພາບ: ຖົ໋ງເຍິດ/VNA



ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີ ແລະ ທ່ານ ຫຼີສຽນຫຼົງ,
ນາຍົກລັດຖະມົນຕີແຫ່ງປະເທດ ສິງກະໂປ ທີ່ກອງປະຊຸມຂ່າວ. ພາບ: ຖົ໋ງເຍິດ/VNA

ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາຈະຊຸກຍູ້, ເພີ່ມທະວີການຮ່ວມມືບົນຫຼາຍຂົງເຂດຄື: ເສດຖະກິດ, ການຄ້າ, ການລົງທຶນ, ການເມືອງ, ການພົບປະສ້າງສັນລະຫວ່າງປະຊາຊົນສອງປະເທດ,  ການກໍ່ສ້າງພະນັກງານ, ປ້ອງກັນປະເທດ-ປ້ອງກັນ ຄວາມສະຫງົບ, ວິທະຍາສາດ, ການສຶກສາ, ເຕັກໂນໂລຊີ, ສິ່ງແວດລ້ອມ ແລະ ອື່ນໆ.​ ໃນນັ້ນໄດ້ເນັ້ນໜັກວ່າ ການພັດທະນາຢ່າງແຂງແຮງ ຂອງການພົວພັນຮ່ວມມື ດ້ານການຄ້າ, ການລົງທຶນ ແລະ ເສດຖະກິດລະຫວ່າງສອງປະເທດ ແມ່ນເສົາຫຼັກທີ່ໝັ້ນຄົງ ຄະໜົງແກ່ນ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ຢືນຢັນຈະຊຸກຍູ້ສະພາບແວດລ້ອມຂອງການເຄື່ອນໄຫວດຳເນີນເຮັດທຸລະກິດໄດ້ສະດວກກວ່າເກົ່າ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາ ວິສາຫະກິດ.
 
ທ່ານ ຫຼີສຽນຫຼົງ ໃຫ້ຄຳໝັ້ນສັນຍາວ່າ ສິງກະໂປ ຈະສືບຕໍ່ຊ່ວຍເຫຼືອຫວຽດນາມ ໃນການກໍ່ສ້າງພະນັກງານ; ຊ່ວຍເຫຼືອບັນດາວິສາຫະກິດຫວຽດນາມ ເຂົ້າຮ່ວມການຕະຫຼາດໄດ້ສະດວກຂຶ້ນ; ສ້າງຕັ້ງບັນດາ ເຂດອຸດສາຫະກຳເຕັກໂນໂລຊີສູງ; ຊ່ວຍເຫຼືອ ຫວຽດນາມ ໃນການສ້າງສາປະເທດຊາດ, ນຳເຕັກໂນໂລຊີເຂົ້າໃນຊີວິດການເປັນຢູ່ ປະຈຳວັນ, ຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນ; ແບ່ງປັນບົດຮຽນ, ຊ່ວຍເຫຼືອຜູ້ເລີ່ມສ້າງຕົວຂອງ ຫວຽດນາມ, ເປັນຕົ້ນແມ່ນໃນຂົງເຂດວິທະຍາສາດ-ເຕັກໂນໂລຊີ, ຊອກຫາໄດ້ ແຫຼ່ງທຶນຈາກບັນດາກອງທຶນລົງທຶນ, ຍົກສູງຄວາມສາມາດໃນການຄຸ້ມຄອງວິສາຫະກິດ, ເຊື່ອມຕໍ່ລະຫວ່າງບັນດານະຄອນໃຫຍ່ຂອງ ຫວຽດນາມ ຄື ນະຄອນ ໂຮ່ຈີມິນ, ດ່າໜັງ ກັບ ສິງກະໂປ…

ທ່ານ ຫງວຽນຝູ໋ຈ້ອງ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຕ້ອນຮັບ
ທ່ານ ຫຼີສຽນຫຼົງ, ນາຍົກລັດຖະມົນຕີແຫ່ງປະເທດ ສິງກະໂປ. ພາບ: ຈີ໋ຢຸງ/VNA



ທ່ານ ເຈີ່ນດ້າຍກວາງ, ປະທານປະເທດແຫ່ງ ສສ. ຫວຽດນາມ ຕ້ອນຮັບ
ທ່ານ ຫຼີສຽນຫຼົງ, ນາຍົກລັດຖະມົນຕີແຫ່ງປະເທດ ສິງກະໂປ. ພາບ: ຍານຊ໋າງ/VNA



ທ່ານນາງ ຫງວຽນທິກີມເງິນ, ປະທານສະພາແຫ່ງຊາດ ແຫ່ງ ສສ. ຫວຽດນາມ ພົບປະແລກປ່ຽນຄຳຄິດຄຳເຫັນ
ກັບທ່ານ ຫຼີສຽນຫຼົງ, ນາຍົກລັດຖະມົນຕີແຫ່ງປະເທດ ສິງກະໂປ. ພາບ: ຈ້ອງດຶກ/VNA



ທ່ານ ຫງວຽນແທ່ງຟອງ, ປະທານຄະນະກຳມະການ ປະຊາຊົນ ນະຄອນ ໂຮ່ຈີມິນ ໄດ້ມີການພົບປະແລກປ່ຽນ
ຄຳຄິດຄຳເຫັນ ກັບທ່ານ ຫຼີສຽນຫຼົງ, ນາຍົກລັດຖະມົນຕີແຫ່ງປະເທດ ສິງກະໂປ. ພາບ: ແທງຫວູ/VNA

ເນື່ອງໃນໂອກາດນີ້, ທ່ານ ຫງວຽນຊວນຟຸກ ແລະ ທ່ານ ຫຼີສຽນຫຼົງ ໄດ້ຕົກລົງກັນວ່າ ຈະຮັກສາການປືກສາ ແລະ ຮວມມືຢ່າງແໜ້ນແຟ້ນກັບບັນດາປະເທດຕ່າງໆ​ ໃນກຸ່ມ ອາຊຽນ. ກໍ່ສ້າງອາຊຽນ ໜຶ່ງແຫ່ງຄວາມສາມັກຄີ, ລວມເປັນເອກະພາບ, ຂະຫຍັນ, ມີຫົວຄິດປະດິດສ້າງ, ຜັນຂະຫຍາຍບົດບາດທີ່ເປັນໃຈກາງຂອງ ສະມາຄົມໃນການແກ້ໄຂ ບັນດາບັນຫາຍຸດທະສາດໃນພາກພື້ນ, ເປັນຕົ້ນແມ່ນບັນຫາຢູ່ທະເລຕາເວັນອອກ.
 
ຫວຽດນາມ ແລະ ສິງກະໂປ ໄດ້​ຢືນຢັນ​ຄວາມ​ສຳຄັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ນະ​ພາບ​, ຄວາມສະຫງົບ, ປອດໄພ ​ແລະ ​ເສລີ​ຂອງການ​ເດີນ​ທະ​ເລ, ການບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ແກ້ໄຂຂໍ້ຂັດແຍ້ງດ້ວຍສັນຕີວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາຂອງສະຫະປະຊາຊາດວ່າດ້ວຍກົດໝາຍທາງທະເລ 1982 (UNCLOS 1982), ປະຕິບັດ​ຖະ​ແຫຼ​ງການ ວ່າດ້ວຍ​ການ​ປະພຶດຕໍ່ ຂອງ​ຝ່າຍ​ຕ່າງໆ ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ, ​ຊຸກຍູ້ການກໍ່ສ້າງປະມວນ ກົດລະບຽບ ການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ
.


ສິງກະໂປ ເປັນຄູ່ຮ່ວມມືດ້ານການຄ້າອັນດັບທີ 3 ຂອງ ຫວຽດນາມ ຢູ່ ອາຊຽນ ແລະ ເປັນອັນດັບທີ 6 ໃນໂລກ. ມູນຄ່າການຄ້າສອງສົ້ນປີ 2016 ບັນລຸໄດ້ 7,1 ຕື້ໂດລາສະຫະລັດ. ສິງກະໂປ ເປັນປະເທດລົງທຶນອັນດັບທີ 3 ຢູ່ ຫວຽດນາມ ດ້ວຍ 1.800 ໂຄງການ, ຍອດເງິນ
ລົງທຶນປະມານ 39 ຕື້ ໂດລາສະຫະລັດ. ປະຈຸບັນ ຢູ່ ຫວຽດນາມ ພວມມີ 7 ເຂດອຸດສາຫະກຳ ຫວຽດນາມ-ສິງກະໂປ, ນີ້ໄດ້ຖືວ່າ ເປັນສັນຍາລັກທີ່ເຂັ້ມແຂງຂອງສາຍພົວພັນເສດຖະກິດທີ່ໃກ້ຊິດລະຫວ່າງສອງປະເທດ
.

ປະຕິບັດໂດຍ: VNA/VNP

top