ບ້ານຫີນ ຂວຍກີ ສັງກັດຕາແສງ ດ່າມຖຸຍ, ເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ ເປັນດິນແດນແຫ່ງຕຳນານຢູ່ເຂດຊາຍແດນ ດ້ວຍບັນດາເຮືອນຮ້ານຫີນທີ່ໝັ້ນຄົງ ແລະ ເກົ່າແກ່ ຂອງຊາວເຜົ່າໄຕ່ ທີ່ມີນິດໄສໃຈດີ ແລະ ລຽບງ່າຍ.
ບ້ານຫີນ ຂວຍກີ ສັງກັດຕາແສງ ດ່າມຖຸຍ, ເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ ເປັນດິນແດນແຫ່ງຕຳນານຢູ່ເຂດຊາຍແດນ ດ້ວຍບັນດາເຮືອນຮ້ານຫີນທີ່ໝັ້ນຄົງ ແລະ ເກົ່າແກ່ ຂອງຊາວເຜົ່າໄຕ່ ທີ່ມີນິດໄສໃຈດີ ແລະ ລຽບງ່າຍ. ບ້ານ ຂວຍກີ ມີເຮືອນຮ້ານດ້ວຍຫີນ 14 ຫຼັງ ຢູ່ໃນພື້ນທີ່ ກວ້າງປະມານ 10.000 ຕາລາງແມັດ, ຫຼັງອີງໃສ່ພູຫີນ, ຕໍ່ ໜ້າແມ່ນຫ້ວຍນຳ້ ຂວຍກີ. ພາບ: VNP
ຊາວເຜົ່າ ໄຕ່ ຢູ່ ຂວຍກີ ມີຄວາມຕິດພັນກັບຕົ້ນເຂົ້າ, ເຂົາເຈົ້າຕາກເຂົ້າເປືອກ ຢູ່ເທິງ ຫຼັງຄາເຮືອນຮ້ານດ້ວຍຫີນ ຫຼັງລະດູການເກັບກ່ຽວ. ພາບ: VNP
ຊົນເຜົ່າໄຕ່ຢູ່ທີ່ນີ້ ມີຄວາມເຊື່ອຖືບູຊາຫີນ ແລະ ຖືວ່າຫີນເປັນສິ່ງສັກສິດຄືກັບເທບພະເຈົ້າ ທີ່ຊ່ວຍປົກປ້ອງຄຸ້ມຄອງເຂົາເຈົ້າຈາກໄພທຳມະຊາດ. ຫີນໄດ້ຖືກນຳໃຊ້ຢ່າງຫຼາກຫຼາຍໃນຊີວິດປະຈຳວັນ ເຊັ່ນ: ກໍ່ສ້າງເຮືອນ, ເຮັດຮົ້ວ, ຄົກຫີນ ແລະ ເຕົາໄຟ. ບັນດາຫຼັງເຮືອນທີ່ກໍ່ດ້ວຍຫີນນັ້ນ ມີຄວາມໝັ້ນຄົງຖາວອນ ເໝືອນດັ່ງປ້ອມປາການ.
ບັນຍາກາດ ຢູ່ຕໍ່ໜ້າ ເຮືອນຮ້ານດ້ວຍຫີນ ຂອງຊາວ ເຜົ່າ ຂວຍກີ. ພາບ: VNP
ບັນດາກໍາແພງຫີນ ມີຮ່ອງຮອຍຂອງການເວລາ ຢູ່ ບ້ານ ຂວຍກີ. ສະໄໝສັກດິນາ, ຊາວເຜົ່າ ໄຕ່ ຢູ່ ຂວຍກີ ຖືບັນດາ ຫຼັງເຮືອນຮ້ານດ້ວຍຫີນ ເໝືອນດັ່ງປ້ອມໝັ້ນ ເພື່ອຕ້ານກັບ ການປຸ້ນຈີ້, ທຳລາຍ ຂອງສັດຕູ. ພາບ: VNP
ບ້ານ ຂວຍກີ ຕັ້ງຢູ່ໃກ້ກັບຕາດ ບານໂຢກ, ປະກອບມີເຮືອນຮ້ານ 14 ຫຼັງ ຕັ້ງລຽບຕາມຕີນພູ. ຕໍ່ໜ້າບ້ານມີຫ້ວຍນ້ຳໄຫຼຜ່ານ ແລະ ທົ່ງນາທີ່ອຸດົມສົມບູນ. ຖ້າມາຍາມເຂົ້າສຸກ, ນັກທ່ອງທ່ຽວຈະໄດ້ເຫັນທົ່ງນາສີເຫຼືອງເໝືອນດັ່ງຜືນພົມຄຳ ທ່າມກາງບັນຍາກາດຂອງພູຜາປ່າດົງທີ່ສວຍງາມ.
ບັນດາຂັ້ນໄດຫີນ ຂຶ້ນເທິງເຮືອນຮ້ານ ຢູ່ ບ້ານ ຂວຍກີ. ພາບ: VNP
ບັນດາປ່ອງຢ້ຽມ ເຮືອນຮ້ານດ້ວຍຫີນ ຢູ່ ບ້ານ ຂວຍກີ. ພາບ: VNP
ບັນດາເຮືອນຮ້ານຫີນບູຮານນີ້ ໄດ້ກາຍເປັນສັນຍາລັກດ້ານວັດທະນະທຳທີ່ເປັນເອກະລັກ ແລະ ຊ້ອນແຝງຮີດຄອງປະເພນີທີ່ໄດ້ສືບທອດກັນມາຫຼາຍເຊັ່ນຄົນ. ປັດຈຸບັນ, ຂວຍກີ ໄດ້ຮັບການຮັບຮອງເປັນ "ໝູ່ບ້ານວັດທະນະທຳມູນເຊື້ອ ທີ່ເປັນຕົວແທນຂອງຊົນເຜົ່າສ່ວນໜ້ອຍ" ໂດຍກະຊວງວັດທະນະທຳ-ກິລາ ແລະ ທ່ອງທ່ຽວ ຫວຽດນາມ.