ຂ່າວສານ

ຄວາມສາມາດບົ່ມຊ້ອນ ແລະ ຄວາມຕ້ອງການຮ່ວມມື ຫວຽດນາມ - ອາຟຣີກາຍັງ ໃຫຍ່ຫຼວງທີ່ສຸດ

      ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງນີ້ ແມ່ນ ສະແດງໃຫ້ເຫັນແນວທາງການຕ່າງປະເທດ ເອກະລາດເປັນເຈົ້າຕົນເອງຫັນເປັນຫຼາຍຮູບຫຼາຍແບບຫຼາຍຝ່າຍ ແລະ ພ້ອມທັງ ສະແດງໃຫ້ເຫັນຈິດໃຈຕັ້ງໜ້າເປັນເຈົ້າການມີຄວາມຮັບຜິດຊອບ ຕໍ່ປະຊາຄົມສາກົນເວົ້າລວມ ແລະ ພາກພື້ນອາຟຣີກາເວົ້າສະເພາະ.
ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)
      ຄືດັ່ງໄດ້ໃຫ້ຂ່າວໄປແລ້ວ, ຕອນຄ່ຳວັນທີ 28 ຕຸລາ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ ວາລະປຶກສາຫາລືເປີດຂັ້ນສູງທາງໄກ ກ່ຽວກັບການຮ່ວມມືລະຫວ່າງສປຊ ແລະ ສະຫະພາບອາຟຣີກາ (AU) ດ້ວຍຫົວເລື່ອງ “ເພີ່ມທະວີຄວາມສາມັກຄີ ເພື່ອ ສັນຕິພາບ ແລະ ສະຖຽນລະພາບໃນສະພາບແວດລ້ອມການປະທະກັນກຳລັງປ່ຽນແປງ”. ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບການປະກອບສ່ວນຂອງຫວຽດນາມ ທີ່ ວາລະປຶກສາຫາລືນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມກວາງຮ້ຽວ ໃຫ້ຮູ້ວ່າ:
      ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງນີ້ ແມ່ນ ສະແດງໃຫ້ເຫັນແນວທາງການຕ່າງປະເທດ ເອກະລາດເປັນເຈົ້າຕົນເອງຫັນເປັນຫຼາຍຮູບຫຼາຍແບບຫຼາຍຝ່າຍ ແລະ ພ້ອມທັງ ສະແດງໃຫ້ເຫັນຈິດໃຈຕັ້ງໜ້າເປັນເຈົ້າການມີຄວາມຮັບຜິດຊອບ ຕໍ່ປະຊາຄົມສາກົນເວົ້າລວມ ແລະ ພາກພື້ນອາຟຣີກາເວົ້າສະເພາະການເຂົ້າຮ່ວມວາລະປຶກສາຫາລືນີ້ຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນຕໍ່ການພົວພັນທີ່ເປັນມູນເຊື້ອກັບພາກພື້ນອາຟຣີກາ.
(ແຫຼ່ງຄັດຈາກ VOV)


top