ຂ່າວສານ

ຂໍ້​ກຸນ​ແຈ​ເພື່ອ​ປະ​ຕິ​ບັດ​ເປົ້າ​ໝາຍ “ນະ​ຄອນ​ສະ​ອາດ”

ນະຄອນທັນສະໄໝບໍ່ພຽງແຕ່ຈະມີບັນດາຕຶກອາຄານຫຼາຍຊັ້ນ ຫຼືບັນດາເສັ້ນທາງສະຫວ່າງຕະຫຼອດຄືນເທົ່ານັ້ນ, ຫາກຍັງແມ່ນວິທີທີ່ນະຄອນນັ້ນສະອາດຄືແນວໃດ, ມີສີຂຽວໃນລະດັບໃດ ແລະ ນຳໃຊ້ພະລັງງານຄືແນວໃດອີກດ້ວຍ. ເພື່ອໃຫ້ນະຄອນພັດທະນາຖືກທິດ, ການຫັນປ່ຽນພະລັງງານສີຂຽວ ແມ່ນຂໍ້ກຸນແຈຄຳເພື່ອເປີດປະຕູອອກສູ່ອະນາຄົດໃຫ້ແກ່ບັນດານະຄອນ ຫວຽດນາມ.
(ພາບ: ວາລະສານກອມມູນິດ)

  ໃນສະພາບການຫັນເປັນຕົວເມືອງຢ່າງໄວວາ, ປະຊາກອນເພີ່ມຂຶ້ນ, ຄວາມຕ້ອງການພະລັງງານໄຟຟ້າເພີ່ມຂຶ້ນແບບກະໂດດຂັ້ນ, ບັນດານະຄອນ ຫວຽດນາມ ພວມປະເຊີນໜ້າກັບບັນດາສິ່ງທ້າທາຍໃຫຍ່ກ່ຽວກັບມົນລະພິດອາກາດ, ອາຍເສຍເຮືອນແກ້ວ ແລະ ພື້ນຖານໂຄງລ່າງພະລັງງານເກີນກຳລັງຄວາມສາມາດ. ທ່ານ ສາດສະດາຈານ, ປະລິນຍາເອກວິທະຍາສາດ ເຈິ່ນກວັກຕວັນ, ຜູ້ອຳນວຍການຄົ້ນຄ້ວາ & Fellow Scientist, CEA ເນັ້ນໜັກວ່າ:

   ຄຳຮຽກຮ້ອງຂອງ ຫວຽດນາມ ກ່ຽວກັບການຫັນປ່ຽນພະລັງງານສີຂຽວສູງທີ່ສຸດກ່ຽວກັບຕາໜ່າງໄຟຟ້າອັດສະລິຍະ, ກ່ຽວກັບວັດສະດຸໃໝ່ເຄິ່ງຊັກນຳໄຟຟ້າ ຫຼືວ່ານິວເຄຼຍ ຊື່ງກ່ອນນີ້ພວກເຮົາບໍ່ມີ. ປະຈຸບັນ, ພວກເຮົານຳບັນດາສິ່ງດັ່ງກ່າວເຂົ້າມາ ແມ່ນແຜນນະໂຍບາຍທີ່ຖືກຕ້ອງຂອງລັດ ເພື່ອໃຫ້ປະເທດຊາດພັດທະນາ.

(ພາບ: VGP/Minh Trang)

 ໃນຕົວຈິງ, ຫຼາຍຕົວເມືອງໃຫ່ຍຄື ຮ່າໂນ້ຍ, ດ່ານັງ, ນະຄອນ ໂຮ່ຈິມິນ ຂອງ ຫວຽດນາມ ໄດ້ ແລະ ພວມຜັນຂະຫຍາຍບັນດາຮູບແບບ “ໄຟຟ້າສີຂຽວໃນໃຈກາງຕົວເມືອງ”. ຈາກເລື່ອງຕິດຕັ້ງບັນດາລະບົບແຜງຖ່ານແສງຕາເວັນຢູ່ເທິງຫຼັງຄາບັນດາຕຶກອາຄານ, ໝູນໃຊ້ໄຟຟ້າແຮງລົມເຂົ້າໃນລະບົບໄຟເຍືອງທາງສາທາລະນະ, ຕະຫຼອດຮອດການພັດທະນາຄົມມະນາຄົມໄຟຟ້າ ແລະ ບັນດາເຂດຊຸມຊົນອັດສະລິຍະ, ທຸກຢ່າງພວມປະກອບສ່ວນສ້າງໂສມໜ້າໃໝ່ໃຫ້ແກ່ນະຄອນສີຂຽວ. ທ່ານ ເຈິ່ນແທັງເຊີນ, ຫົວໜ້າພະແນກເຕັກນິກໄຟຟ້າ, ມະຫາວິທະຍາໄລໄຟຟ້າ ໃຫ້ຮູ້ວ່າ:

   ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ຂັ້ນຕອນການພັດທະນາ ລະບົບໄຟຟ້າອັດສະລິຍະ. ລະບົບໄຟຟ້າອັດສະລິຍະຢູ່ບັນດາຕົວເມືອງຂອງ ຫວຽດນາມ ໄດ້ມີບັນດາພື້ນຖານໂຄງລ່າງທີ່ແນ່ນອນແລ້ວ ແລະ ປະຈຸບັນກໍ່ພວມເຄື່ອນໄຫວ. ຫຼາຍບໍລິສັດໄຟຟ້າ ແລະ ອົງການສົ່ງໄຟຟ້າ MSMO ກໍ່ໄດ້ນຳລະບົບໄຟຟ້າອັດສະລິຍະເຂົ້າເຄື່ອນໄຫວແລ້ວ.

   ປະຈຸບັນ, ເລື່ອງລາວກ່ຽວກັບພະລັງງານສີຂຽວໄດ້ກ້າວເຂົ້າສູ່ແຕ່ລະກິດຈະກຳ, ເສັ້ນທາງແຕ່ລະສາຍ. ຢູ່ບັນດາເຂດຕົວເມືອງໃໝ່, ລະບົບໄຟເຍືອງທາງດ້ວຍພະລັງງານແສງຕາເວັນ ໄດ້ຄ່ອຍໆແທນໃຫ້ໄຟເຍືອງທາງແບບເກົ່າ. ຢູ່ຈອມຫຼັງຄາບັນດາຕຶກອາຄານຫຼາຍຊັ້ນ, ແມ່ນໄດ້ຢາຍແຜງຖ່ານພະລັງງານໃສ່, ທັງປະຢັດຄ່າໃຊ້ຈ່າຍ, ທັງຫລຸດຜ່ອນຄວາມກົດດັນໃຫ້ແກ່ຕາໜ່າງໄຟຟ້າແຫ່ງຊາດ. ສ່ວນຢູ່ບັນດາເຂດຊຸມຊົນ, ບັນດາສູນການຄ້າ ຫຼືເຂດສາທາລະນະອື່ນໆ, ເລື່ອງຕິດຕັ້ງຈຸດສາກລົດໄຟຟ້າ ໄດ້ເປັນທີ່ລຶ້ງເຄີຍຢູ່ ຫວຽດນາມ ແລ້ວ. ທ່ານ ເຈິ່ນແທັງເຊີນ, ຫົວໜ້າພະແນກເຕັກນິກໄຟຟ້າ, ມະຫາວິທະຍາໄລໄຟຟ້າ ໃຫ້ຮູ້ຕື່ມອີກວ່າ:

  ບັນດາເຕັກໂນໂລຊີ, ວິທີການຄົ້ນຄ້ວາເພື່ອຄິດໄລ່ນຳໃຊ້ ແລະ ບັນຊາລະບົບໄຟຟ້າອັດສະລິຍະໄດ້ຮັບການພັດທະນາ. ບັນດາການຄົ້ນຄ້ວາ, ໝາກຜົນນີ້ ຈະປະກອບສ່ວນຍູ້ໄວວິວັດການຫັນປ່ຽນພະລັງງານ ເພື່ອຊ່ວຍໃຫ້ ຫວຽດນາມ ບັນລຸໄດ້ການປ່ອຍອາເສຍລົງລະດັບສູນໃນປີ 2050.

    ສິ່ງທີ່ໜ້າພາກພູມໃຈແມ່ນ ຈິນຕະນາການກ່ຽວກັບພະລັງງານສີຂຽວພວມປ່ຽນແປງຢ່າງແຮງ. ອຳນາດການປົກຄອງຕົວເມືອງເລີ່ມຄິດໄລ່ເລື່ອງສົມທົບການວາງແຜນຜັງພະລັງງານ ດ້ວຍການວາງແຜນຜັງພື້ນທີ່ດຳລົງຊີວິດຄື: ໄຟເຍືອງທາງສາທາລະນະອັດສະລິຍະ, ໄຟຟ້າແສງຕາເວັນໃຫ້ແກ່ເຂດເຮືອນຕັ້ງຖິ່ນຖານຄົງທີ່ ຫຼືຕາໜ່າງໄຟຟ້າຈຸລະພາກ (microgrid) ໃຫ້ແກ່ບັນດາເຂດອຸດສາຫະກຳສີຂຽວ. ຈາກພະລັງງານຮອດສິ່ງແວດລ້ອມ, ຈາກເຕັກໂນໂລຊີຮອດການກະທຳໃຊ້ສອຍ, ການຫັນປ່ຽນພະລັງງານສີຂຽວ ແມ່ນການຫັນປ່ຽນຮອບດ້ານ. ແລະ ເມື່ອແສງສະຫວ່າງຂອງນະຄອນໄດ້ແຈ້ງຂຶ້ນດ້ວຍພະລັງງານສະອາດ, ບັນຍາກາດປອດໂປ່ງກວ່າ, ພື້ນຖານໂຄງລ່າງໄດ້ເຄື່ອນໄຫວແບບອັດສະລີຍະກວ່າ, ຄວາມໄຝ່ຝັນກ່ຽວກັບ “ນະຄອນສະອາດ” ຈະປະກົດຜົນເປັນຈິງຢູ່ບັນດານະຄອນໃຫ່ຍຂອງ ຫວຽດນາມ ໃນອະນາຄົດອັນໃກໆນີ້./.


top