ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ: ທິດເໜືອພາກກາງ ແລະ ເຂດແຄມທະເລພາກກາງ, ລວມມີ 14 ແຂວງ, ນະຄອນ, ແມ່ນເຂດມີທີ່ຕັ້ງຍຸດທະສາດສຳຄັນພິເສດດ້ານເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ການໂອ້ລົມສົນທະນາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ກ່າວຄຳເຫັນທີ່ກອງປະຊຸມ
ຕອນເຊົ້າວັນທີ 12 ສິງຫາ, ຢູ່ນະຄອນ ຍາຈາງ, ແຂວງ ແຄ໋ງຮ່ວາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ, ປະທານສະພາປະສານງານເຂດທິດເໜືອພາກກາງ ແລະ ເຂດແຄມທະເລພາກກາງ, ເປັນປະທານກອງປະຊຸມຄັ້ງທີ 1 ຂອງສະພາ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເນັ້ນໜັກວ່າ: ທິດເໜືອພາກກາງ ແລະ ເຂດແຄມທະເລພາກກາງ, ລວມມີ 14 ແຂວງ, ນະຄອນ, ແມ່ນເຂດມີທີ່ຕັ້ງຍຸດທະສາດສຳຄັນພິເສດດ້ານເສດຖະກິດ, ການເມືອງ, ວັດທະນະທຳ, ສັງຄົມ, ສິ່ງແວດລ້ອມ, ການໂອ້ລົມສົນທະນາ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ຕາມທ່ານຮອງນາຍົກລັດຖະມົນຕີ ແລ້ວ, ຄວນເປັນເຈົ້າພາບເສີມຂະຫຍາຍບັນດາທ່າໄດ້ປຽບຈາກບັນດາປັດໄຈພາຍໃນ ແລະ ພາຍນອກ; ກຳໄດ້ລະດັບບັນດາເຂດພັດທະນາເທື່ອລະກ້າວ, ປະກອບສ່ວນສ້າງການພັດທະນາດຸ່ນດ່ຽງ ແລະ ປອງດອງກັບບັນດາເຂດໃນບໍລິເວນທົ່ວປະເທດ.
ລັດຖະບານໄດ້ອະນຸມັດຜ່ານໜ້າທີ່ວາງແຜນຜັງເຂດທິດເໜືອພາກກາງ ແລະ ເຂດແຄມທະເລພາກກາງ ໄລຍະ 2021 – 2023, ວິໄສທັດຮອດປີ 2050. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ກໍ່ສະເໜີບັນດາທ້ອງຖິ່ນຍູ້ແຮງການເຊື່ອມຕໍ່ເຂດ, ລະຫວ່າງເຂດກັບບັນດາເຂດອື່ນພາຍໃນປະເທດ, ຖືການເຊື່ອມຕໍ່ເຂດແມ່ນທ່າອ່ຽງສຳຄັນ, ແມ່ນກຳລັງໜູນນຳພາການພັດທະນາຂອງບັນດາທ້ອງຖິ່ນ.