ວັນທີ 03 ມິຖຸນາ, ຢູ່ສຳນັກງານ ສປຊ ຕັ້ງຢູ່ ນິວຢອກ, ອາເມລິກາ, ງານຕະຫຼາດນັດ ວັດທະນະທຳ - ອາຫານການກິນ ສາກົນ ສປຊ (UN International Bazaar) ປີ 2026 ໄດ້ດໍາເນີນຢ່າງມີຊີວິດຊີວາ, ດ້ວຍການເຂົ້າຮ່ວມຂອງຮ້ານວາງສະແດງ 60 ຮ້ານ ຂອງບັນດາປະເທດສະມາຊິກ ສປຊ.
ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ ແລະ ພັນລະຍາ ແນະນຳບັນດາເຍື່ອງອາຫານ ຫວຽດນາມ (ພາບ: ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ)
ເຫດການດັ່ງກ່າວ ໂດຍສະມາຄົມພັນລະຍາ, ສາມີ ສປຊ ຈັດຂຶ້ນ ແນໃສ່ພົບປະແລກປ່ຽນວັດທະນະທຳ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາຊົນຊາດ ແລະ ສ້າງກອງທຶນຮັບໃຊ້ບັນດາການເຄື່ອນໄຫວມະນຸດສະທຳສາກົນ.
ໃນເຫດການ, ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ພ້ອມດ້ວຍສະມາຄົມພັນລະຍາ, ສາມີ ຫວຽດນາມ ຢູ່ ນິວຢອກ ໄດ້ເຂົ້າຮ່ວມງານຕະຫຼາດນັດ ດ້ວຍ 2 ຮ້ານວາງສະແດງ ແນະນຳກ່ຽວກັບເຄື່ອງຫັດຖະກຳ ແລະ ອາຫານ ຫວຽດນາມ. ບັນດາຜະລິດຕະພັນຫັດຖະກຳທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳຂອງຊາດ, ເຊັ່ນ: ເຄື່ອງປັ້ນດິນເຜົາ, ພາບສີຂັດມັນ, ແພໄໝ, ເຄື່ອງຕ່ຳຫູກແຜ່ນແພພື້ນເມືອງ ແລະ ບັນດາຜະລິດຕະພັນຫັດຖະກຳທີ່ເປັນມູນເຊື້ອ ໄດ້ດຶງດູດຄວາມສົນໃຈຂອງແຂກຄົນມາຢ້ຽມຊົມເປັນຈຳນວນຫຼາຍ.
ບັນດາເຍື່ອງອາຫານ ແລະ ເຄື່ອງດື່ມ ທີ່ຮູ້ຈັກກັນດີຄື: ເຂົ້າຈີ່ ຫວຽດນາມ, ພັນຢໍ່ຂາວ, ຊີ້ນປີ້ງ, ນ້ຳຊາໝາກນາວ ແລະ ກາເຟນົມເຢັນ ໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ເພື່ອນມິດສາກົນ. ສິ້ນສຸດງານຕະຫຼາດນັດ, ຫວຽດນາມ ສືບຕໍ່ນອນໃນກຸ່ມບັນດາປະເທດທີ່ມີການປະກອບລາຍຮັບສູງໃຫ້ແກ່ກອງທຶນການກຸສົນຂອງຄະນະຈັດຕັ້ງ.