ຂ່າວສານ

ຂີດ​ໝາຍ​ໜ້າ​ກາກ ຫວຽດ​ນາມ ທີ່​ງານ​ວາງ​ສະ​ແດງ​ສິ​ລ​ະ​ປະ​ອາ​ຊີ ຢູ່​ອິນ​ເດຍ

ຢູ່ງານວາງສະແດງ, ຜູ້ຊົມມີໂອກາດໄດ້ຮັບຊົມຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳພື້ນເມືອງ ຫວຽດນາມ ຜ່ານໜ້າກາກວັນບູນການເກັບກ່ຽວ.
ໜ້າກາກຢູ່ງານວາງສະແດງ (ພາບ: TTXVN)
ໃນລະຫວ່າງວັນທີ 12 – 23 ກໍລະກົດ, ທີ່ຫໍພິພິທະພັນຫັດຖະກຳ ແຫ່ງຊາດ ຢູ່ນະຄອນຫຼວງ New Delhi ຂອງ ອິນເດຍ ໄດ້ດຳເນີນງານວາງສະແດງ Pratirupa: ໜ້າກາກໃນການປະສົມປະສານລະຫວ່າງວັດທະນະທຳ ອາຊີ”, ໃນນັ້ນແນະນຳຊຸດສະສົມທີ່ປະທັບໃຈລວມມີເກືອບ 100 ໜ້າກາກພິທີກຳ ແລະ ການສະແດງທີ່ມາຈາກຫຼາຍປະເທດ ອາຊີ. ຢູ່ງານວາງສະແດງ, ຜູ້ຊົມມີໂອກາດໄດ້ຮັບຊົມຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທຳພື້ນເມືອງ ຫວຽດນາມ ຜ່ານໜ້າກາກວັນບູນການເກັບກ່ຽວ. ໂດຍໄດ້ແກະຄວັດສະຫຼັກຈາກໄມ້, ໜ້າກາກວາດພາບໜ້າຕາຂອງຜູ້ເຖົ້າຜູ້ແກ່ທີ່ເຄີຍປະກົດຕົວໃນບັນດາບົດລະຄອນຕິດພັນກັບວັນບູນຊົມເຊີຍລະດູການເກັບກ່ຽວທີ່ໄດ້ຮັບຜົນດີ. ບໍ່ພຽງແຕ່ເຄື່ອງມືເພື່ອສະແດງເທົ່ານັ້ນ ໜ້າກາກຍັງແມ່ນສັນຍະລັກຂອງພູມປັນຍາ, ຄວາມມ່ວນຊືນ , ຄວາມພໍໃຈໃນຊີວິດກະສິກຳທີ່ມີມາແຕ່ດົນການອີກດ້ວຍ.

top