80 ປີ ນັບແຕ່ການສ້າງຕັ້ງປະເທດ, ຫວຽດນາມ ຈາກປະເທດ ທີ່ມີ ພື້ນຖານເຕັກໂນໂລຊີ ຂະໜາດນ້ອຍ, ປັດຈຸບັນ ໄດ້ກາຍເປັນ ບ່ອນ ລວມສູນ ຂອງ ວິສາຫະກິດ ຈຳນວນຫຼວງຫຼາຍ ທີ່ມີອິດທິພົນ ໃນທົ່ວ ໂລກ, ເປັນຈຸດໝາຍປາຍທາງ ທີ່ເຊື່ອຖືໄດ້ ຂອງ ຂະແໜງ ເຕັກ ໂນ ໂລຊີ ໂລກ ຊຶ່ງໄດ້ຖືກສະແດງໃຫ້ເຫັນ ພາຍໃນງານວາງສະແດງ “80 ປີແຫ່ງການເດີນທາງ ສູ່ຄວາມເປັນເອກະລາດ-ເສລີພາບ-ຄວາມຜາສຸກ”.
ຂີດໝາຍເຕັກໂນໂລຊີ ຂອງ ຫວຽດນາມ ໃນງານວາງສະແດງ 80 ປີ ແຫ່ງການເດີນທາງ ສູ່ ຄວາມເປັນເອກະລາດ-ເສລີພາບ-ຄວາມຜາສຸກ
80 ປີ ນັບແຕ່ການສ້າງຕັ້ງປະເທດ, ຫວຽດນາມ ຈາກປະເທດ ທີ່ມີ ພື້ນຖານເຕັກໂນໂລຊີ ຂະໜາດນ້ອຍ, ປັດຈຸບັນ ໄດ້ກາຍເປັນ ບ່ອນ ລວມສູນ ຂອງ ວິສາຫະກິດ ຈຳນວນຫຼວງຫຼາຍ ທີ່ມີອິດທິພົນ ໃນທົ່ວ ໂລກ, ເປັນຈຸດໝາຍປາຍທາງ ທີ່ເຊື່ອຖືໄດ້ ຂອງ ຂະແໜງ ເຕັກ ໂນ ໂລຊີ ໂລກ ຊຶ່ງໄດ້ຖືກສະແດງໃຫ້ເຫັນ ພາຍໃນງານວາງສະແດງ “80 ປີແຫ່ງການເດີນທາງ ສູ່ຄວາມເປັນເອກະລາດ-ເສລີພາບ-ຄວາມຜາສຸກ”.
ງານວາງສະແດງ ຜົນສຳເລັດ ຂອງ ປະເທດຊາດ ແມ່ນເຫດການມີຂະໜາດໃຫຍ່ ທີ່ບໍ່ເຄີຍມີມາກ່ອນ ຢູ່ ຫວຽດນາມ, ໂດຍມີ 28 ກະ ຊວງ ຂະແໜງການ, 34 ທ້ອງຖິ່ນ ແລະ ກວ່າ 110 ວິສາຫະກິດ ຊັ້ນນຳ. ກວ່າ 230 ຫ້ອງວາງສະແດງໄດ້ປົກຄຸມເນື້ອທີ່ 90 ເຮັກຕາຂອງສູນວາງສະແດງແຫ່ງຊາດ.
ໃນພື້ນທີ່ ຫຼາຍສິບເຮັກຕາຂອງເຂດວາງສະແດງ ທີ່ໃຫຍ່ທີ່ສຸດ ໃນ ອາຊີຕາເວັນອອກສ່ຽງໃຕ້, ບັນດາຜົນສຳເລັດ ທາງດ້ານເຕັກໂນ ໂລ ຊີ ບໍ່ພຽງແຕ່ ສຳລັບເບິ່ງ ແລະ ວາງສະແດງເທົ່ານັ້ນ, ແຕ່ຍັງ ໄດ້ປະ ກອບສ່ວນຢ່າງຕັ້ງໜ້າ ຕໍ່ປະສົບການຕົວຈິງ ຂອງ ແຕ່ລະຄົນ, ຈາກ ຜະລິດຕະພັນເຕັກໂນໂລຊີ ທີ່ສາມາດ ສໍາຜັດໄດ້ເຊັ່ນ: ຫຸ່ນຍົນ, ຍົນ ບໍ່ມີຄົນຂັບ, ຈິບ ເຄິ່ງຊັກນຳໄຟຟ້າ, ຈົນເຖິງວິທີແກ້ ໄຂເຊັ່ນ: VR, ກ້ອງ 360 ອົງສາ, ຮູບພາບ ສາມມິຕິແບບ ໂຮໂລແກຣມ, ເພື່ອ ຟື້ນຄືນໃໝ່ ການເດີນທາງ 80 ປີ ຂອງ ປະເທດ.
ງານວາງສະແດງ 80 ປີ ແຫ່ງການເດີນທາງ ສູ່ ຄວາມເປັນ ເອກະ ລາດ-ເສລີພາບ-ຄວາມຜາສຸກ ໄດ້ຈັດຂຶ້ນ ແຕ່ວັນທີ 28 ສິງຫາ ຫາ ວັນທີ 15 ກັນຍາ 2025.
ພາຍໃນຫ້ອງວາງສະແດງ ກິມກຸຍ, ຜູ້ຢ້ຽມຊົມ ຈະໄດ້ເຂົ້າຊົມ ພື້ນທ່ີ ຈັດສະແດງ 6 ແຫ່ງ ທີ່ມີຫົວຂໍ້ “ຫວຽດນາມ-ປະເທດຊາດ-ຜູ້ຄົນ”, “95 ປີ ພາຍໃຕ້ທຸງພັກ ນຳທາງ”, “ສ້າງການພັດທະນາ”, “ແຂວງ ຮັ່ງ ມີ ປະເທດຊາດ ເຂັ້ມແຂງ”, “ຫົວຈັກເສດຖະກິດ” ແລະ “ການເລີ່ມ ຕົ້ນສ້າງ ປະເທດ”. ຢູ່ທີ່ນັ້ນ, ວິທະຍາສາດ ເຕັກໂນໂລຊີ ແລະ ການ ປະດິດສ້າງໃໝ່ ໄດ້ມີຢູ່ທຸກແຫ່ງຫົນ ແລະ ເຊື່ອມຕໍ່ກັບທຸກຊ່ອງທາງ. ບັນດາ ວັດຖຸສິ່ງຂອງ, ປ້າຍໂຄສະນາ ຂະໜາດໃຫຍ່ຫຼາຍແຜ່ນ ທີ່ມີ ການ ສະແດງອອກ ທີ່ແປກໃໝ່, ຜ່ານເຕັກໂນໂລຊີ ໂຮໂລແກຣມ, 3D mapping, ເຕັກໂນໂລຊີ ເໝືອນຈິງ (AR)...ໄດ້ເຮັດໃຫ້ປະຫວັດ ສາດ ບໍ່ແຫ້ງແລ້ງ, ແຕ່ກາຍເປັນ ສິ່ງທີ່ ມີຊີວິດຊີວາ ແລະ ໃກ້ຊິດ.
ພາຍໃນງານວາງສະແດງ, ບັນດາຄົນໜຸ່ມສາວ ຕ່າງຍົກມືຖືຂຶ້ນມາ ເຊັກອິນ ເພື່ອຖ່າຍຮູບ ຢູ່ຕໍ່ໜ້າປ້າຍໂຄສະນາຂະໜາດໃຫຍ່ ທີ່ໄດ້ ຖືກ ອອກແບບ ທີ່ທັນສະໄໝ, ສວຍງາມ, ໃນຂະນະ ທີ່ຄົນໄວ ກາງ ຄົນ ຫຼາຍຄົນ ໄດ້ສັງເກດຢ່າງລະອຽດ ສິ່ງຂອງ ແຕ່ລະຢ່າງ, ນັບແຕ່ ຍົນບໍ່ມີຄົນຂັບ ໄປຈົນເຖິງ ປືນໃຫຍ່ ທີ່ຂັບເຄື່ອນດ້ວຍຕົນເອງ, ຫົວ ກະສູນ, ເຄື່ອງຈັກລູກສອນໄຟ ທ່ີຜະລິດ ຢູ່ ຫວຽດນາມ (Make in Viet Nam), ເຊິ່ງເປັນຜົນສຳເລັດຂອງການ “ບືນຕົວຂຶ້ນ” ຂອງຊາດ.
ມະຕິ ສະບັບ ເລກທີ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງ ກົມການເມືອງ ກ່ຽວກັບການພັດທະນາ ທີ່ກ້າວກະໂດດ ທາງດ້ານ ວິ ທະຍາສາດ, ເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການຫັນປ່ຽນ ຂໍ້ມູນຂ່າວສານ ດີຈີຕອນ ລະດັບຊາດ ໄດ້ກຳນົດວ່າ ການພັດທະນາ ວິທະຍາສາດ, ເຕັກໂນໂລຊີ, ການປະດິດສ້າງໃໝ່ ແລະ ການຫັນ ປ່ຽນຂໍ້ມູນຂ່າວສານ ດີຈີຕອນ ເປັນສິ່ງຈໍາເປັນເບື້ອງຕົ້ນ, ເປັນໂອ ກາດ ທີ່ດີທີ່ສຸດ ເພື່ອໃຫ້ ຫວຽດນາມ ພັດທະນາ ຮັ່ງມີ ເຂັ້ມແຂງ ໃນ ຍຸກໃໝ່ - ຍຸກແຫ່ງການພັດທະນາ ຂອງຊາດ.
ກ້າວເຂົ້າສູ່ເຂດ “ດາບ ແລະ ໂລ່”, ຈະເຫັນອຸປະກອນທາງທະຫານ ທີ່ ທັນສະໄໝຫຼາຍຢ່າງເຊັ່ນ: ປືນໃຫຍ່ອັດຕະໂນມັດ, ຣາດາ ເຝົ້າ ລະວັງທະເລ, ລະບົບລູກສອນໄຟ S-125-VT ຫຼື ຍົນບໍ່ມີຄົນຂັບ ໄລ ຍະໄກ ທີ່ໄດ້ນຳສະເໜີ ລ້ວນແຕ່ແມ່ນ ຜະລິດຕະພັນ “ຜະລິດຢູ່ ຫວຽດນາມ”, ໂດຍຊາວ ຫວຽດນາມ ຄົ້ນຄວ້າ, ອອກແບບ ແລະ ຜະ ລິດ. ບັນຍາກາດ ຢູ່ທີ່ນີ້ ມີຄວາມຄຶກຄັກ ຄືກັບງານບຸນ, ເມື່ອທຸກຄົນ ຢາກຖ່າຍຮູບ ກັບຍຸດໂທປະກອນ ຂະໜາດໃຫຍ່, ໃນຂະນະທີ່ບັນ ດານັກຮົບເກົ່າ ໄດ້ອະທິບາຍ ຢ່າງກະຕືລືລົ້ນ ໃຫ້ແກ່ລູກຫຼານ ກ່ຽວ ກັບໜ້າທີ່ ແລະ ການນຳໃຊ້ອາວຸດ ແຕ່ລະຢ່າງ.
ຫ້ອງວາງສະແດງຕຶກ A-ເປັນບ່ອນເຊີດຊູ 12 ຂະແໜງ ອຸດສາຫະ ກຳ ວັດທະນະທຳ-ກໍຍັງໄດ້ນຳມາປະສົບການຕົວຈິງ ທີ່ເປັນເອກະ ລັກ ມາໃຫ້. ໂຮງຖ່າຍທຳຮູບເງົາ ດີຈີຕອນ ໄດ້ເປັນທີ່ນິຍົມທີ່ສຸດ ຂອງ ຕຶກ, ດ້ວຍກິດຈະກຳ ການລອງສວມບົດບາດ ເປັນນັກຮົບ, ເພື່ອໃຫ້ນັກທ່ອງທ່ຽວ ໄດ້ທົດລອງ ປ່ຽນເປັນຕົວ ລະຄອນ ໃນຮູບ ເງົາ “ດ່າວ, ເຝີ ແລະ ປີອາໂນ”.
ຢູ່ເຂດອື່ນ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ສົມທົບກັບ TikTok Shop ຈັດກິດຈະກຳ ການຖ່າຍທອດສົດ ຫຼາຍຄັ້ງ ຢູ່ພາຍ ໃນງານວາງສະແດງ, ເພື່ອເປັນການເປີດສາກໃຫ້ແກ່ “ສັບປະດາ ແຫ່ງຄວາມພູມໃຈ ຜະລິດຕະພັນກະສິກຳ ຫວຽດນາມ”. ບັນດາ ຜະ ລິດຕະພັນກະສິກຳ, ຊາ, ກາເຟ ແລະ ຜະລິດຕະພັນ OCOP ໄດ້ຖືກ ນຳຂຶ້ນສາຍ ໂດຍບັນດາ KOL - ຜູ້ມີຊື່ສຽງ ໃນສັງຄົມອອນລາຍ, ແລະ ຂາຍຜ່ານ ຊ່ອງທາງ ການຄ້າເອເລັກ ໂຕຣນິກ.
ບັນດາສັນຍາລັກ ດ້ານເຕັກໂນໂລຊີ ພາຍໃນງານວາງສະແດງ ຜົນ ສຳເລັດ 80 ປີ ຂອງ ປະເທດຊາດ ບໍ່ພຽງແຕ່ ນຳມາເຊິ່ງປະສົບການ ຕົວຈິງ ທີ່ໜ້າຈົດຈຳ ໃຫ້ແກ່ຜູ້ເຂົ້າຮ່ວມ, ແຕ່ຍັງເປັນຄຳຢັ້ງຢືນສຳລັບ ອະນາຄົດ ທີ່ນຳພາໂດຍວິທະຍາສາດ, ເຕັກໂນໂລຊີ ແລະ ການປະ ດິດສ້າງໃໝ່, ການຫັນປ່ຽນຂໍ້ມູນຂ່າວສານ ດີຈີຕອນ ອີກດ້ວຍ.
ບົດ: ເລຮ່ຽນ - ພາບ: ທົງທ້ຽນ, ເຈິ່ນຮ໋ຽວ/VNP - ແປໂດຍ: ບິກລຽນ