ກອງປະຊຸມສຸດຍອດ ສະມາຄົມ ປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ASEAN) - ສະພາການຮ່ວມມືເຂດອ່າວ (GCC) ໄດ້ໄຂຂຶ້ນໃນກາງເດືອນ ຕຸລາ ຜ່ານມາຢູ່ນະຄອນຫຼວງ Riyadh (ລາຊະອານາຈັກ ອາຣັບບີ ຊາອູດິດ) ໃນສະພາບການ ຂອງ ໂລກ ແລະ ພາກພື້ນ ມີການປ່ຽນແປງຫຼາຍຢ່າງ, ແຕ່ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ເປັນຂີດໝາຍປະຫວັດສາດ ໃນການພົວພັນລະ ຫວ່າງສອງຝ່າຍ, ເຮັດໃຫ້ການຮ່ວມມື ດ້ານເສດຖະກິດ ທີ່ເປັນເສົາຄ້ຳຕົ້ນຕໍ ແລະ ກຳລັງແຮງຊຸກຍູ້ການເຊື່ອມຕໍ່ສອງພາກພື້ນ.
ພາຍຫຼັງ 33 ປີ ແຫ່ງການສ້າງຕັ້ງການພົວພັນ, ນີ້ແມ່ນຄັ້ງທຳອິດທີ່ ASEAN ແລະ GCC ຈັດຕັ້ງກອງປະຊຸມສຸດຍອດ. ການເຂົ້າຮ່ວມກອງປະຊຸມຂອງ ຫວຽດນາມ ມີຄວາມໝາຍສຳຄັນ, ພ້ອມກັບບັນ ດາປະເທດ ASEAN ໄດ້ສະແດງໃຫ້ເຫັນແນວຄິດໃໝ່ແຫ່ງເອກະ ລາດ, ຄວາມສາມັກຄີ, ການພັດທະນາ, ປະກອບສ່ວນປັບປຸງການພົວພັນຮ່ວມມືລະຫວ່າງ 2 ອົງການ ຊັ້ນນໍາໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ແລະ ເຂດອ່າວ.
ທີ່ກອງປະຊຸມ, ການນຳ ASEAN ແລະ GCC ໄດ້ປຶກສາຫາລື, ທົບທວນ ແລະ ກຳນົດທິດ ການຮ່ວມມື ASEAN - GCC ໃນອະ ນາຄົດ; ແລກປ່ຽນກ່ຽວກັບສະພາບການພາກພື້ນ ແລະ ໂລກ; ໄດ້ຮັບຮູ້ ແລະ ຮັບຮອງເອົາບັນດາເອກະສານ ສຳຄັນ ຂອງ ກອງປະ ຊຸມ, ໃນນັ້ນ ໄດ້ຮັບຮູ້ຂອບການຮ່ວມມືລະຫວ່າງ ASEAN ແລະ GCC ໄລຍະ 2024-2028.
ບັນດາການນຳໄດ້ຢືນຢັນວ່າ ຖືການພົວພັນລະຫວ່າງ 2 ອົງການໃນພາກພື້ນເປັນສຳຄັນ ນັບຕັ້ງແຕ່ການສ້າງຕັ້ງການພົວພັນເມື່ອປີ 1990, ອີງໃສ່ບົນພື້ນຖານບັນດາສາຍພົວພັນ ປະຫວັດສາດ ແລະ ວັດທະນະທຳ ຜ່ານຫຼາຍສະຕະວັດ ລະຫວ່າງ 2 ພາກພື້ນ.
ທ່ານ Jassim Muhammad Al-Budaiwi ເລຂາທິການໃຫຍ່ GCC ຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ. ພາບ: VNA
ASEAN ໄດ້ຕີລາຄາສູງບັນດາປະເທດສະມາຊິກ GCC ທີ່ໄດ້ເຂົ້າຮ່ວມສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້ (TAC) ແລະ ຍິນດີຕ້ອນຮັບ ສະຫະລັດ ອາຣັບ ເອມີເຣດ (UAE) ກາຍເປັນຄູ່ເຈລະຈາ ຕາມຂົງເຂດ ຂອງ ASEAN ນັບແຕ່ປີ 2022.
ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຮ່ວມ, ສະແດງໃຫ້ເຫັນ ໝາກຜົນ ແຫ່ງການແລກປ່ຽນ ລະຫວ່າງການນຳຂັ້ນສູງ ແລະ ກຳ ນົດທິດ ພັດທະນາ ການພົວພັນ ASEAN - GCC ໃນໄລຍະຈະມາເຖິງ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາ.
ບັນດາປະເທດ ໄດ້ເນັ້ນໜັກເຖິງຄວາມສຳຄັນ ຂອງ ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ຮັບປະກັນຕ່ອງໂສ້ການສະໜອງແບບຍືນຍົງ, ການເຊື່ອມຕໍ່, ການຮ່ວມມືທາງທະເລ, ຄວາມໝັ້ນຄົງດ້ານພະລັງງານ, ສະບຽງອາຫານ, ເຕັກໂນໂລຢີ Halal, ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ, ການທ່ອງ ທ່ຽວ, ການຮ່ວມມືດ້ານແຮງງານ, ການຫັນເປັນພະລັງງານ, ການຮັບມືກັບການປ່ຽນແປງ ຂອງ ສະພາບດິນຟ້າອາກາດ ແລະ ອື່ນໆ.
ໂດຍປະເຊີນໜ້າກັບຄວາມຫຍຸ້ງຍາກສັບສົນ ໃນສະພາບການໂລກ ແລະ ພາກພື້ນ ໃນປັດຈຸບັນ, 2 ຝ່າຍເຫັນດີ ເປັນເອກະສັນໃນການເພີ່ມທະວີການຮ່ວມມື ຫຼາຍຝ່າຍ, ຊຸກຍູ້ການເຈລະຈາ, ຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັກສາກົດໝາຍ, ເຄົາລົບອະ ທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ແຊກແຊງເຂົ້າວຽກງານຂອງ ກັນ ແລະ ກັນ, ສົມທົບກັນແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ແລະ ທົ່ວໂລກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ.
ບັນດາປະເທດຢືນຢັນຄວາມສຳຄັນ ຂອງ ການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນ ຢູ່ພາກພື້ນ, ແກ້ໄຂຄວາມພິພາດໂດຍສັນຕິວິທີ, ແທດເໝາະກັບກົດໝາຍສາກົນ, ສົນທິສັນຍາ ຂອງ ສະຫະປະຊາຊາດ ວ່າດ້ວຍກົດໝາຍທະເລ (UNCLOS) ປີ 1982.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ - ລາຊະ ອານາຈັກ ອາຣັບບີ ຊາອູດິດ. ພາບ: VNA
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ໄດ້ຍົກສູງຄວາມໝາຍຂອງກອງປະຊຸມສຸດຍອດຄັ້ງທຳອິດ ລະຫວ່າງ ASEAN ແລະ GCC ເປັນຂີດໝາຍປະຫວັດສາດ ແລະ ຕີລາຄາສູງບົດບາດ ຂອງ GCC ສຳລັບ ASEAN. ພ້ອມກັນນັ້ນ, ຍັງເນັ້ນໜັກວ່າ: ASEAN ແລະ GCC ຕ້ອງຮ່ວມມືກັນ ເພື່ອປຸກລະດົມນໍ້າໃຈ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຫັນແຫຼ່ງກຳລັງພັດທະນາ, ຜັນຂະຫຍາຍບັນດາ ການເຄື່ອນໄຫວທີ່ແທດຈິງ ແລະ ມີປະສິດທິຜົນ, ດ້ວຍຄວາມຕັດ ສິນໃຈທາງການເມືອງສູງສຸດ, ປະຕິບັດຢ່າງເຄັ່ງຄັດ, ນຳການຮ່ວມມືລະຫວ່າງສອງຝ່າຍ ກ້າວເຂົ້າສູ່ລວງເລິກໃນໄລຍະຈະມາເຖິງ, ກາຍເປັນຈຸດພົ້ນເດັ່ນ ຂອງ ການຮ່ວມມືພາກພື້ນ ແລະ ໃນໂລກ.
ເທດສະການອາຫານນາໆ ຊາດ 2022 ໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ມີຄວາມໝາຍຢູ່ເຂດຄະນະທູຕານຸທູດ, ວ້ານຝຸກ, ຮ່າໂນ້ຍ ມີຮ້ານອາຫານ ປະມານ 200 ຮ້ານ, ແນະນຳລາຍການອາຫານ ແລະ ເຄື່ອງດື່ມນັບຫຼາຍຮ້ອຍເຍື່ອງຈາກ ສະຖານທູດຕ່າງປະເທດ ປະຈຳ ຫວຽດນາມ. ຮ້ານອາຫານ ຂອງ ກູເວດ ໄດ້ດຶງດູດນັກທ່ອງທ່ຽວມາ ຊິມ ອາຫານເຂດ ຕາເວັນອອກກາງ. ພາບ: VNA
ບົດ: VNP - ພາບ: VNA - ແປໂດຍ: ຢືຟຽນ