ຂ່າວສານ ກ໋ວາງຈິ ຈັດຕັ້ງພິທີໄວ້ອາໄລ ແລະ ປົງອັດຖິນັກຮົບ ແລະ ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 06/05/2020 ວັນທີ 5 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແຫ່ງຊາດ ເສັ້ນທາງເລກທີ 9, ແຂວງກ໋ວາງຈິ ໄດ້ຈັດຕັ້ງພິທີຮັບ, ໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ສປປ ລາວ ຈຳນວນ 16 ອັດຖິ ແລະ ຂຸມອັດຖິທະຫານລວມໝູ່. ການນຳທະຫານເຂດ 4 ຖະຫວາຍທຽນ ໄວ້ອາໄລນັກຮົບວິລະຊົນທີ່ເສຍສະຫຼະຊີວິດ (ພາບ: TTXVN ) ກ່າວຄຳເຫັນທີ່ພິທີ, ຜູ້ຕາງໜ້າຄະນະກຳມະການ ປະຊາຊົນແຂວງກ໋ວາງຈິ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທີ 34, ແຂວງ ກ໋ວາງຈິ ຈັດຕັ້ງພິທີຮັບອັດຖິນັກຮົບທີ່ເສຍສະຫຼະຊີວິດ (ນັບແຕ່ປີ 1993 ມາຮອດປັດຈຸບັນ), ຢັ້ງຢືນເຖິງບົດບາດຄວາມຮັບຜິດຊອບຂອງອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງກ໋ວາງຈິ ຕໍ່ບັນດາຜູ້ທີ່ໄດ້ເສຍສະຫຼີເລືອດເນື້ອຂອງຕົນເພື່ອເອກະລາດແຫ່ງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ, ເພື່ອພາລະກິດສາກົນອັນສູງສົ່ງ. ຊຸມປີຜ່ານມາ, ທາງແຂວງກ໋ວາງຈິ ໄດ້ພ້ອມກັບອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນລາວ ບັນດາເຜົ່າ ຜັນຂະຫຍາຍວຽກງານຄົ້ນຫາ ແລະ ນຳອັດຖິນັກຮົບເສຍສະຫຼະຊີວິດນັບພັນຊຸດກັບເມືອບ້ານເກີດເມືອງນອນ, ປະເທດຊາດ. (ແຫຼ່ງຄັດຈາກ VOV)

ວັນທີ 5 ພຶດສະພາ, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ແຫ່ງຊາດ ເສັ້ນທາງເລກທີ 9, ແຂວງກ໋ວາງຈິ ໄດ້ຈັດຕັ້ງພິທີຮັບ, ໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ສປປ ລາວ ຈຳນວນ 16 ອັດຖິ ແລະ ຂຸມອັດຖິທະຫານລວມໝູ່. ການນຳທະຫານເຂດ 4 ຖະຫວາຍທຽນ ໄວ້ອາໄລນັກຮົບວິລະຊົນທີ່ເສຍສະຫຼະຊີວິດ (ພາບ: TTXVN ) ກ່າວຄຳເຫັນທີ່ພິທີ, ຜູ້ຕາງໜ້າຄະນະກຳມະການ ປະຊາຊົນແຂວງກ໋ວາງຈິ ໃຫ້ຮູ້ວ່າ: ນີ້ແມ່ນຄັ້ງທີ 34, ແຂວງ ກ໋ວາງຈິ ຈັດຕັ້ງພິທີຮັບອັດຖິນັກຮົບທີ່ເສຍສະຫຼະຊີວິດ (ນັບແຕ່ປີ 1993 ມາຮອດປັດຈຸບັນ), ຢັ້ງຢືນເຖິງບົດບາດຄວາມຮັບຜິດຊອບຂອງອົງຄະນະພັກ, ອຳນາດການປົກຄອງ, ປະຊາຊົນແຂວງກ໋ວາງຈິ ຕໍ່ບັນດາຜູ້ທີ່ໄດ້ເສຍສະຫຼີເລືອດເນື້ອຂອງຕົນເພື່ອເອກະລາດແຫ່ງຊາດ, ເພື່ອຄວາມຜາສຸກຂອງປະຊາຊົນ, ເພື່ອພາລະກິດສາກົນອັນສູງສົ່ງ. ຊຸມປີຜ່ານມາ, ທາງແຂວງກ໋ວາງຈິ ໄດ້ພ້ອມກັບອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນລາວ ບັນດາເຜົ່າ ຜັນຂະຫຍາຍວຽກງານຄົ້ນຫາ ແລະ ນຳອັດຖິນັກຮົບເສຍສະຫຼະຊີວິດນັບພັນຊຸດກັບເມືອບ້ານເກີດເມືອງນອນ, ປະເທດຊາດ. (ແຫຼ່ງຄັດຈາກ VOV)