ຂ່າວສານ

ກຽມ​ພ້ອມ​ໃຫ້​ແກ່​ວັນບຸນ​ຂອງ​ປະ​ເທດ​ຊາດ

ປັດຈຸບັນ, ວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດພວມໄດ້ຜັນຂະຫຍາຍຢ່າງຄົບຊຸດ, ຖືກຕ້ອງການກຳນົດ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບ.
ຕາຕະລາງເລືອກຕັ້ງໃຫ້ແກ່ກຳລັງປະກອບ ອາວຸດ ແລະ ກຳມະກອນທະເລ ຢູ່ນະຄອນ ໂຮ່ຈີມິນ(ພາບ: VOV)

ວັນທີ 15 ມີນາ 2026, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ ຈະເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດສະໄໝທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ດັ່ງນັ້ນ, ຍັງເຫຼືອເວລາກວ່າ 20 ວັນ, ຜູ້ມີສິດເລືອກຕັ້ງໃນທົ່ວປະເທດຈະປະຕິບັດສິດ ແລະ ພັນທະອັນສັກສິດຂອງຕົນ. ນີ້ແມ່ນເຫດການການເມືອງສຳຄັນຍິ່ງຂອງປະເທດຊາດ, ແມ່ນວັນບຸນໃຫຍ່ຂອງທົ່ວປວງຊົນ, ສະແດງໃຫ້ເຫັນສິດເປັນເຈົ້າ, ເຈດຈຳນົງ ແລະ ຄວາມຄາດຫວັງຂອງປະຊາຊົນ, ໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ, ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.

ປັດຈຸບັນ, ວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດພວມໄດ້ຜັນຂະຫຍາຍຢ່າງຄົບຊຸດ, ຖືກຕ້ອງການກຳນົດ, ຮັບປະກັນຄວາມຄືບໜ້າ, ຄຸນນະພາບ.

ຢູ່ທ້ອງຖິ່ນຈຳນວນໜຶ່ງ, ເພື່ອຮັບປະກັນສິດພົນລະເມືອງໃຫ້ແກ່ບັນດາກຳລັງປະຕິບັດໜ້າທີ່ໃນຫຼາຍວັນຢູ່ທະເລ, ຄະນະກຳມະການເລືອກຕັ້ງນະຄອນ ໂຮ່ຈີມິນ ໄດ້ປະກາດໃຊ້ແຜນການຈັດຕັ້ງການເລືອກຕັ້ງກ່ອນເວລາກຳນົດໃຫ້ແກ່ຜູ້ມີສິດເລືອກຕັ້ງ ກວ່າ 4000 ທ່ານ ຢູ່ 4 ເຂດຢູ່ຕາແສງ ເຟືອກທັ້ງ, ຕາແສງ ຕາແທັ້ງ ແລະ ຕາແສງ ລອງເຊີນ.


top