ຂ່າວສານ

ກົມການເມືອງປະກາດສະພາບສຸຂະພາບຂອງທ່ານເລຂາທິການໃຫຍ່ ຫງວຽນຝູ໋ຈ້ອງ

ບຸລິມະສິດເວລາເພື່ອໃຫ້ທ່ານເລຂາທິການໃຫຍ່ ສຸມໃສ່ໃນການປິ່ນປົວຢ່າງຕັ້ງໜ້າ, ກົມການເມືອງໄດ້ມອບໝາຍໃຫ້ທ່ານ ໂຕເລີມ, ກຳມະການກົມການເມືອງ, ປະທານປະເທດ ຮັບຜິດຊອບວຽກງານຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ.
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູ໋ຈ້ອງ. ພາບ: VNA

ຫວ່າງ​ມໍ່ໆ​ມາ​ນີ້, ຕາມ​ຄຳ​ຮຽກຮ້ອງ​ຂອງ​ສະພາ​ວິຊາ​ຊີບ​ປົກ​ປັກ​ຮັກສາ​ສຸຂະພາບ​ຂອງ​ພະນັກງານສູນກາງ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຝູ໋ຈ້ອງ ທັງ​ບັນຊາ​ວຽກ​ງານ ​ທັງຕ້ອງ​ປິ່ນປົວ ​ແລະ ດູແລ​ສຸຂະພາບ.

ກົມ​ການ​ເມືອງ, ຄະນະເລຂາທິການ, ບັນດາສະຫານການ​ນຳ​ຫຼັກແຫຼ່ງ ​ແລະ ​ຜູ້​ປະຈຳການ​ຄະນະ​ເລຂາທິການ​ ໄດ້​ຊີ້​ນຳ ບັນດາອົງການວິຊາການ ​ສຸມ​ໃສ່​ລະດົມ​ຖັນແຖວ ສາດສະດາຈານ, ທ່ານໝໍ, ພະນັກງານ​ແພດ​ໝໍ, ຜູ້​ຊ່ຽວຊານ​ດ້ານ​ວິຊາ​ການ ​ແລະ ​ເງື່ອນ​ໄຂ​ສະດວກ​ທີ່​ສຸດ​ ໃນ​ການ​ປິ່ນປົວ ​ແລະ ດູແລສຸຂະພາບ ໃຫ້ແກ່ສະຫາຍ ເລຂາທິການໃຫຍ່.

ມາ​ຮອດ​ປະຈຸ​ບັນ, ຍ້ອນ​ຄວາມ​ຕ້ອງ​ການ​ສືບ​ຕໍ່​ບຸລິມະສິດ​ເວລາ​ເພື່ອໃຫ້​ທ່ານ​ເລຂາທິການ​ໃຫຍ່ ​ສຸມ​ໃສ່​ໃນການ ປິ່ນປົວຢ່າງ​ຕັ້ງໜ້າ ​ແລະ ຮັບປະກັນການບັນຊາວຽກງານ​ ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ກົມ​ການ​ເມືອງ, ຄະນະເລຂາທິການ, ອີງ​ຕາມ​ລະບຽບ​ການເຮັດວຽກ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ​ກົມການເມືອງ ແລະ ຄະນະ​ ​ເລຂາທິການ ຊຸດ​ທີ XIII, ໃນ​ໄລຍະ​ຈະ​ມາ​ເຖິງ, ກົມການ ເມືອງ ​ໄດ້​ມອບ​ໝາຍ​ໃຫ້​ສະຫາຍ ໂຕເລີມ, ກຳມະການ​ກົມ​ການ​ເມືອງ, ປະທານ​ປະ​ເທດ ​ຮັບຜິດຊອບວຽກງານ ຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງ, ຄະນະເລຂາທິການ ຕາມ​ຄວາມຮັບຜິດຊອບ ​ແລະ ສິດ​ອຳນາດ​ຂອງ​ກົມ​ການ​ເມືອງກຳນົດ.

ກົມ​ການ​ເມືອງ​ຮຽກຮ້ອງ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ກອງທັບ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ແທ້​ຈິງ​ຕໍ່​ການ​ນຳພາ​ຂອງ​ພັກ ​ແລະ ການຄຸ້ມ​ຄອງຂອງ​ລັດ, ​ເພີ່ມ​ທະວີ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ, ສືບ​ຕໍ່​ຊຸກຍູ້​ບັນດາ​ໝາກຜົນ, ຜົນງານທີ່ສຳຄັນ ​ແລະ ຮອບດ້ານ​ທີ່​ປະ​ເທດ​ເຮົາ​ບັນລຸ​ໄດ້, ສູ້​ຊົນ ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ, ບັນລຸ​ໄດ້​ບັນດາ​ຄາດໝາຍ​ທີ່​ກອງ​ປະຊຸມ​ໃຫຍ່ ​ຜູ້​ແທນ​ທົ່ວ​ປະ​ເທດ​ ຄັ້ງ​ທີ XIII ຂອງ​ພັກ ໄດ້ວາງອອກ; ຮັກສາ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການ​ເມືອງ, ​ເດັດດ່ຽວ​ປົກ​ປັກ​ຮັກສາ​ເອກະລາດ, ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ຄວາມ​ໝັ້ນຄົງ​ແຫ່ງ​ຊາດ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຮັກສາ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ.


top