ໂດຍສືບຕໍ່ລາຍການຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ວັນທີ 11 ພະຈິກ, ສະພາແຫ່ງຊາດໄດ້ຮັບຟັງບົດສະເໜີຂອງລັດຖະບານ ແລະ ບົດລາຍງານການປະເມີນຜົນຂອງກຳມາທິການເສດຖະກິດ ແລະ ການເງິນກ່ຽວກັບຮ່າງກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: quochoi.vn)
ຕາມບົດສະເໜີຂອງລັດຖະບານ, ຮ່າງກົດໝາຍໄດ້ຮັບການປັບປຸງໃຫ້ສົມບູນຕາມທິດ: ຮັດແຄບ ແລະ ເຮັດແຈ້ງຂອບເຂດຂອງບັນດາໂຄງການທີ່ຕ້ອງປະຕິບັດຕາມຂໍ້ຕົກລົງຮັບຮອງແຜນນະໂຍບາຍ; ສືບຕໍ່ຍູ້ແຮງການແບ່ງຂັ້ນ, ແບ່ງສິດຕົກລົງຮັບຮອງແຜນນະໂຍບາຍລົງທຶນ; ຫັນລະບຽບການປະຕິບັດຕົກລົງຮັບຮອງແຜນນະໂຍບາຍລົງທຶນເປັນງ່າຍດາຍຕາມທິດຄັດເລືອກບາງເນື້ອໃນປະເມີນຜົນທີ່ບໍ່ຈຳເປັນ ຕ້ອງພິຈາລະນາຢູ່ໄລຍະອະນຸມັດແຜນນະໂຍບາຍລົງທຶນ.
ຮ່າງກົດໝາຍວ່າດ້ວຍການລົງທຶນສະບັບປັບປຸງກໍຫຼຸດ 25 ຂະແໜງ, ອາຊີບລົງທຶນດຳເນີນທຸລະກິດທີ່ມີເງື່ອນໄຂ; ຮັດແຄບ, ປັບປຸງຂອບເຂດຂອງ 20 ຂະແໜງ, ອາຊີບດຳເນີນທຸລະກິດກໍມີເງື່ອນໄຂ; ກຳນົດຂະແໜງ, ອາຊີບທີ່ໄດ້ຮັບສິດທິພິເສດລົງທຶນ. ກ່ຽວກັບການສ້າງຕັ້ງ, ອົງການເສດຖະກິດລົງທຶນຕ່າງປະເທດ, ຮ່າງກົດໝາຍສະບັບປັບປຸງກຳນົດອະນຸຍາດໃຫ້ນັກລົງທຶນຕ່າງປະເທດທີ່ໄດ້ຮັບການສ້າງຕັ້ງວິສາຫະກິດກ່ອນທີ່ອອກໃບຢັ້ງຢືນຈົດທະບຽນການລົງທຶນ.