ວັດ ເຊເຣ ມັງກອນ ຊາກໍ ຫຼື ວັດ ຫວິ໊ງແທ່ງ ຕັ້ງຢູ່ຕາແສງ ອານເຈົາ, ແຂວງ ອານຢາງ ມີກຸ່ມພະພຸດທະຮູບຂະໜາດໃຫຍ່ ດ້ວຍສະຖາ ປັດຕະຍະກຳ ທີ່ເຂັ້ມຂຸ້ນ ໄປດ້ວຍວັດທະນະທຳ ພຸດທະສາສະໜາ ນິກາຍ ຫິນະຍານເຜົ່າ ຂະແມ.
ພະພຸດທະຮູບປາງນັ່ງ ສະມາທິ ແມ່ນຈຸດເດັ່ນທີ່ພົ້ນເດັ່ນ ຂອງ ວັດ ເຊເຣ ມັງກອນ ຊາກໍ (ແຂວງ ອານຢາງ). ພາບ: ແທັງຊາງ
- VNA
ວັດ ເຊເຣ ມັງກອນ ຊາກໍ ສ້າງຄວາມປະທັບໃຈ ດ້ວຍສະຖາປັດ ຕະ ຍະກຳ ນິກາຍຫິນະຍານ ເຜົ່າ ຂະແມ ທີ່ເປັນເອກະລັກ. ພາບ: ແທັງຊາງ - VNA
ພະພຸດທະຮູບປາງນັ່ງ ສະມາທິ ແມ່ນຈຸດເດັ່ນທີ່ພົ້ນເດັ່ນ ຂອງ ວັດ ເຊເຣ ມັງກອນ ຊາກໍ (ແຂວງ ອານຢາງ). ພາບ: ແທັງຊາງ
- VNA
ພະພຸດທະຮູບ ປາງນັ່ງ ສະມາທິ ສູງ 27 ມ ຢູ່ວັດ ເຊເຣ ມັງກອນ ຊາກໍ (ແຂວງ ອານຢາງ). ພາບ: ແທັງຊາງ - VNA
ວັດ ເຊເຣ ມັງກອນ ຊາກໍ ແມ່ນສະຖານທີ່ທ່ອງທ່ຽວ ທາງດ້ານ ວັດ ທະນະທຳ ແລະ ຈິດວິນຍານ ທີ່ເປັນເອກະລັກ ຂອງ ແຂວງ
ອານ ຢາງ. ພາບ: ແທັງຊາງ - VNA
ພະພຸດທະຮູບ ປາງ ປະລິນິພານ ຍາວ 100 ມ ຢູ່ວັດ ເຊເຣມັງກອນ ຊາກໍ. ພາບ: ແທັງຊາງ - VNA
ບໍລິເວນວັດ ມີຄວາມໂດດເດັ່ນດ້ວຍ ພະພຸດທະຮູບ ປາງນັ່ງສະມາ ທິ ສູງ 27 ມ ແລະ ພະພຸດທະຮູບ ປາງໃສຍາ ເຂົ້າສູ່ປະລິນິພານ (ພະນອນ) ຍາວ 100 ມ. ວັດແຫ່ງນີ້ ຍັງຖືກຕົກແຕ່ງລວດລາຍ ແລະ ຮູບປັ້ນນູນ ທີ່ໄດ້ຮັບການປະດັບປະດາຢ່າງປານີດ ທີ່ມີລັກ ສະນະສະເພາະ ຂອງສິລະປະ ຂະແມ ພາກໃຕ້.
ຮູບປັ້ນພະຍານາກ (Naga) ທີ່ໄດ້ຮັບການຄວັດສະຫຼັກ ຢ່າງປານີດ ຕາມທາງຍ່າງໃນບໍລິເວນວັດ. ພາບ: ແທັງຊາງ - VNA
ຢູ່ທາງໃນສິມ, ເສົາໃຫຍ່ສອງແຖວສູງສະຫງ່າ ເພື່ອຄ້ຳຫຼັງຄາວັດ, ສ້າງເນື້ອທີ່ໃຫ້ກວ້າງຂວາງ ແລະ ເຢັນສະບາຍ. ຝາ ແລະ ເພດານ ຂອງສິມ ຖືກປະດັບດ້ວຍຮູບປັ້ນນູນ
ແລະ ຮູບແຕ້ມຝາຜະໜັງ ທີ່ ລະອຽດອ່ອນ, ມີສີສັນສົດໃສ
ເຊິ່ງໄດ້ຈຳລອງຊີວິດຂອງ ພະພຸດທະ ເຈົ້າ ຕັ້ງແຕ່ຕອນປະສູດ ຈົນຮອດໄລຍະອອກບວດ ແລະ ຈຳສິນ ສຳເລັດ
ພະອໍລະຫັນ. ພາບ: ແທັງຊາງ - VNA
ຮູບປັ້ນ ຍັກສອງອົງທີ່ໃຫຍ່ສູງ (Yeak) ໃນບໍລິເວນວັດ ເຊິ່ງເປັນສັນ ຍະລັກ ຂອງ ການຄອຍເຝົ້າຍາມ ແລະ ປົກປັກຮັກສາສິມຕາມ ຄວາມເຊື່ອທາງວັດທະນະທຳ
ຂະແມ. ພາບ: ແທັງຊາງ - VNA
ພະພຸດທະຮູບ ປາງນັ່ງສະມາທິ ສູງ 27 ມ ທີ່ພົ້ນເດັ່ນ ທ່າມກາງບັນ ຍາກາດທີ່ງຽບສະຫງົບ ພາຍໃນວັດ ເຊເຣ ມັງກອນ ຊາກໍ
(ແຂວງ ອານຢາງ). ພາບ: ແທັງຊາງ - VNA
ໃນຊຸມປີມໍ່ໆມານີ້, ວັດໄດ້ກາຍເປັນສະຖານທີ່ທ່ອງທ່ຽວ ແລະ ສັກກາລະບູຊາ ທີ່ດຶງດູດປະຊາຊົນ ແລະ ນັກທ່ອງທ່ຽວ ເຂົ້າມາ ຢ່າງຫຼວງຫຼາຍ.