ຂ່າວສານ

ກຸຍບາ ປະກາດຫຼາຍການປະຕິຮູບດ້ານເສດຖະກິດ

ບັນດາບ້ວງມາດຕະການດັ່ງກ່າວແມ່ນແນໃສ່ສ້າງລະບົບຄຸ້ມຄອງພື້ນຖານເສດຖະກິດ ທີ່ມີຄວາມສາມາດແກ້ໄຂຄວາມຂັດແຍ້ງລະຫວ່າງແຜນການ ແລະ ກຳລັງໜູນ
  ທ່ານປະທານ ກຸຍບາ Miguel Díaz-Canel (ພາບ: Ariel Ley Royero/ACN via REUTERS)  

ທ່ານປະ​ທານ ກ​ຸຍ​ບາ Miguel Díaz-Canel ຫາກ​ໍ່​ປະ​ກາດ​ຫຼາຍ​ມາດ​ຕະ​ການ​ປະ​ຕິ​ຮູບ​ໃນ​ບັນ​ດາ​ແງ່​ມູມ​ສຳ​ຄັນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ໃນ​ວິ​ວັດ​ການ​ເຊິ່ງ​ການ​ນຳ​ໄດ້ພັນ​ລະ​ນາ​ວ່າ​ແມ່ນ “ອັ​ດ​ສະ​ລິ​ຍະ” ເພື່ອ​ແກ້​ໄຂ​ສະ​ພາບ​ການ​ໃນ​ປະ​ຈຸ​ບັນ​ຂອງ​ປະ​ເທດ​ຊາດ ແລະ ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ໂດຍ​ລ​ັດ​ຖະ​ບານ ອາ​ເມ​ລິ​ກາ ຈັດ​ວາງ.

ກ່າວ​ຄຳ​ເຫັນ​ຕໍ່​ວົງ​ກາ​ນ​ນັກ​ຂ່າວ, ທ່ານ​ປະ​ທານ Miguel Díaz-Canel ໃຫ້​ຮ້​ູ​ວ່າ ບັນ​ດາ​ບ້ວງ​ມາດ​ຕະ​ການ​ດັ່ງ​ກ່າວ​ແມ່ນແນ​ໃສ່​ສ້າງ​ລະ​ບົບ​ຄຸ້ມ​ຄອງ​ພື້ນ​ຖານ​ເສ​ດ​ຖະ​ກິດ ທີ່​ມີ​ຄວາມ​ສາ​ມາດ​ແກ້​ໄຂຄວາມ​ຂັດ​ແຍ້ງ​ລະ​ຫວ່າງ​ແຜນ​ການ ແລະ ກຳ​ລັງ​ໜູນ, ກໍ​ຄື​ແນ​ໃສ່​ຍົກ​ເລີກ​ບັນ​ດາ​ຮົ້ວ​ກີດ​ຂວາງ​ຕໍ່​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ ແລະ ກະ​ຕຸ້ນ​ຕະ​ຫຼາດ ໂດຍຜ່ານ​ການ​ຜະ​ລິດ​ຢູ່​ພາຍ​ໃນ​ປະ​ເທດ ແລະ ການ​ສົ່ງ​ອອກ. ໃນ​ຈຳ​ນວນ​ມາດ​ຕະ​ການ​ທີ່​ໄດ້​ປະ​ກາດນັ້ນ, ມີ​ຈຸດ​ໜຶ່ງ​ທີ່​ໄດ້​ເນັ້ນ​ໜັກ​ກ່ອນນີ້, ນັ້ນ​ແມ່ນ ​ເປີດກວ້າງ​ສິດ​ຕັດ​ສິນ​ດ້ວຍ​ຕົນ​ເອງ​ຂອງ​ບັນ​ດາ​ທ້ອງ​ຖິ່ນ, ອະ​ນຸ​ຍາດ​ໃຫ້​ແຕ່​ລະ​ທ້ອງ​ຖິ່ນ​ກຳ​ນົດ​ບັນ​ດາ​ເຈົ້າ​ຂອງ​ເສດ​ຖະ​ກິດ​ດ້ວຍ​ຕົນ​ເອງ.


top