ຂ່າວສານ

ກຳ​ລັງ​ໜູນ​ໃໝ່ ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ກຳ​ປູ​ເຈຍ

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ ເລ​ມິນ​ຮຶງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ, ທ່ານ Hun Manet ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ແຫ່ງ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ຈະ​ເດີນ​ທາງ​ໄປ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ຄັ້ງ​ທີ 3, ແຕ່​ວັນ​ທີ 8 – 9 ມິ​ຖຸ​ນາ 2026.
​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ມິງ​ຫວູທ (ພາບ: VOV)

ການ​ປະ​ຕິ​ບັດ​ງານ​ຖືກ​ດຳ​ເນີນ​ໃນ​ສະ​ພາບ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ​ໄດ້​ຮັບ​​ການ​ປັບ​ປຸງ​ໃນ​ທຸກ​ດ້ານ​ຢ່າງ​ບໍ່​ຢຸດ​ຢັ້ງ, ນັບ​ແຕ່​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງ​ດ້ານ​ການ​ເມືອງ​ທີ່​ເລິກ​ເຊິ່ງ ຕະຫຼອດ​ຮອດ​ບັນ​ດາ​ບຸກ​ທະ​ລຸ​ທີ່​ໜ້າ​ປະ​ທັບ​ໃຈ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ຄ້າ ດ້ວຍ​ເປົ້າ​ໝາຍ​ມຸ່ງ​ໄປ​ເຖິງ 20 ຕື້ USD.

ຈຸດ​ເດັ່ນ​ທີ່​ພິ​ເສດ​ໃນ​ການ​ປະ​ຕິ​ບັດ​ງານ​ຄັ້ງ​ນີ້​ແມ່ນ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Hun Manet ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ຄັ້ງ​ທີ 3 ຢູ່ ຮ່າ​ໂນ້ຍ ເປັນ​ຄັ້ງ​ທຳ​ອິດ, ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ມິງ​ຫວູ ແລ້ວ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ເຂົ້າ​ຮ່ວມ ແລະ ຄຳ​ເຫັນ​ປະ​ກອບ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ໃນ​ເວ​ທີ​ປາ​ໄສ​ທີ່​ສຸດ, ຜ່ານ​ນັ້ນ ສະ​ແດງ​ໃຫ້​ເຫັນ​ການ​ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ຂອງ​ສອງ​ປະ​ເທດ​ໃນ​ຂອບ​ເຂດ​ການ​ຮ່ວມ​ມືຫຼາຍ​ຝ່າຍ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເຊື່ອ​ໝັ້ນ​ວ່າ ຄຳ​ເຫັນ​ປະ​ກອບ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Hun Manet ຈະ​ນຳ​ມາ​ເຊິ່ງ​ມູມມອງ​ການ​ເບິ່ງ​ຕົວ​ຈິງ​ຂອງ ກຳ​ປູ​ເຈຍ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ຮ້ອນ​ເຮັ່ງ​ທີ່​ພວມ​ແກ້​ໄຂ​ໃນ​ປັດ​ຈຸ​ບັນ.


top