ທ່ານ ພູມມິທຳ ເວດຊະຍະໄຊ ຮັກສາການນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ ລັດຖະບານປະເທດນີ້ ໄດ້ຜັນຂະຫຍາຍບັນດາມາດຕະການຮັບມືທີ່ເໝາະສົມຕໍ່ເຫດການທີ່ເກີດຂຶ້ນຢູ່ເຂດຊາຍແດນ, ພ້ອມດຽວກັນນັ້ນກໍເນັ້ນໜັກວ່າ ການດັດປັບລະດັບການພົວພັນທາງການທູດກັບ ກຳປູເຈຍ ພວມໄດ້ຮັບການຊັ່ງຊາ.
ທ່ານ ພູມມິທຳ ເວດຊະຍະໄຊ ຮັກສາການນາຍົກລັດຖະມົນຕີ ໄທ (ພາບ: REUTERS/Chalinee Thirasupa)
ວັນທີ 23 ກໍລະກົດ, ລັດຖະບານ ໄທ ໄດ້ຮຽກໂຮມເອກອັກຄະລັດຖະທູດປະເທດນີ້ຢູ່ ກຳປູເຈຍ ແລະ ເນລະເທດເອກອັກຄະລັດຖະທູດ ກຳປູເຈຍ ປະຈຳ ໄທ ພາຍຫຼັງເລື່ອງນາຍທະຫານ ໄທ ຄົນໜຶ່ງຢຽບຖືກໝາກໝິ່ນໃນຂະນະໄປລາດຕະເວນຢູ່ເຂດຊາຍແດນແຂວງ ອຸບົນ ຣາດຊະທານີ ໃນຕອນແລງວັນທີ 23 ກໍລະກົດ.
ຕອນຄ່ຳວັນທີ 23 ກໍລະກົດ, ທ່ານ ພູມມິທຳ ເວດຊະຍະໄຊ ຮັກສາການນາຍົກລັດຖະມົນຕີ ໄທ ໃຫ້ຮູ້ວ່າ ລັດຖະບານປະເທດນີ້ ໄດ້ຜັນຂະຫຍາຍບັນດາມາດຕະການຮັບມືທີ່ເໝາະສົມຕໍ່ເຫດການທີ່ເກີດຂຶ້ນຢູ່ເຂດຊາຍແດນ, ພ້ອມດຽວກັນນັ້ນກໍເນັ້ນໜັກວ່າ ການດັດປັບລະດັບການພົວພັນທາງການທູດກັບ ກຳປູເຈຍ ພວມໄດ້ຮັບການຊັ່ງຊາ.
ຕໍ່ໜ້າປະຕິກິລິຍາຂອງ ໄທ, ຕອນເຊົ້າວັນທີ 24 ກໍລະກົດ, ສື່ມວນຊົນ ກຳປູເຈຍ ໄດ້ໃຫ້ຂ່າວຢ່າງກວ້າງຂວາງວ່າ ລັດຖະບານ ລາຊະອານາຈັກ ກຳປູເຈຍ ຕັດສິນໃຈຫຼຸດລະດັບການພົວພັນທາງການທູດກັບ ໄທ ລົງເຫຼືອຂັ້ນເລຂາໂທ ແລະ ຮຽກບັນດາພະນັກງານທາງການທູດທີ່ພວມເຮັດວຽກຢູ່ສະຖານທູດ ກຳປູເຈຍ ປະຈຳ ນະຄອນ ບາງກອກ ກັບຄືນເມືອປະເທດ. ພ້ອມດຽວກັນນັ້ນ, ຝ່າຍ ກຳປູເຈຍ ກໍຮຽກຮ້ອງໃຫ້ບັນດາພະນັກງານການທູດຂອງ ໄທ ອອກຈາກປະເທດນີ້.