ຂ່າວສານ

ກຳ​ປັ່ນ​ຂົນ​ສົ່ງ​ສິນ​ຄ້າ​ກ່​ວາ 30 ລຳ​ໄດ້​ຜ່ານ​ຊ່ອງ​ແຄບ​ທະ​ເລ Hormuz

ກ່ອນ​ວັນ​ທີ 3 ພຶດ​ສະ​ພາ, ຈຳ​ນວນ​ກຳ​ປັ່ນ​ໄປ​ຜ່ານຊ່ອງ​ແຄບ​ທະ​ເລ Hormuz ແມ່ນ​ປະ​ມານ 40 ​ຖ້ຽວ/ອາ​ທິດ ແຕ່​ຮອດ​ວັນ​ທີ 10 ພຶດ​ສະ​ພາ​ແມ່ນ​ຫລຸດ​ລົງ​ຍັງ​ເຫຼືອ​ພຽງ 18 ຖ້ຽວ/ອາ​ທິດ.
  ກຳ​ປັ່ນ​ບັນທຸກ​ຕູ້​ຄອນ​ເທນ​ເນີ​ນັ່ງ​ຈອດ​ຢູ່​ຊ່ອງ​ແຄບ Hormuz ນອກ​ຈາກ​ເມືອງ Bandar Abbas, ອີ​ຣ່ານ, ວັນ​ເສົາ, 2 ພຶດສະພາ 2026. ພາບ: Amirhosein Khorgooi/ISNA/AP  

ວັນ​ທີ 14 ພຶດ​ສະ​ພາ, ຊ່ອງ​ແຄບ​ທະ​ເລ Hormuz ໄດ​້ຮັບ​ຮູ້​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ທາງ​ທະ​ເລ​ຕື່ມ​ອີກ ພາຍ​ຫຼັງ​ເວ​ລາ​ຖືກ​ຈຳ​ກັດ ຍ້ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ຕາ​ເວັນ​ອອກ​ກາງ ແລະ ບັນ​ດາ​ມາດ​ຕະ​ການ​ຄວບ​ຄຸມ​ການ​ເດີນ​ທະ​ເລ​ທີ່​ກ່ຽວ​ຂ້ອງ. ຕາມ​ກຳ​ລັງ​ພິ​ທັກ​ປະ​ຕິ​ວັດ​ອິດ​ສະ​ລາມ ອີ​ຣານ (IRGC), ເຕ​ເຮ​ຣານ ໄດ້​ອະ​ນຸ​ຍາດ​ໃຫ້ກຳ​ປັ່ນ​ກ່​ວາ 30 ລຳ​ໄປ​ຜ່ານ ຊ່ອງ​ແຄບ​ທະ​ເລ Hormuz ນັບ​ແຕ່ວັນ​ທີ 13 ພຶດ​ສະ​ພາ​ຕາ​ມ​ເວ​ລາ​ທ້ອງ​ຖິ່ນ.

ເຖິງວ່າ​ການ​ເຄື່ອນ​ໄຫວ​ການ​ເດີນ​ທະ​ເລ​ຜ່ານຊ່ອງ​ແຄບ​ທະ​ເລ Hormuz ມີ​ສັນ​ຍານໄດ້​ຮັບ​ການ​ເຊື່ອມ​ຕໍ່​ຄືນ​ໃໝ່​ກໍ່​ຕາມ ແຕ່​ສະ​ພາບ​ຄວາມ​ສະ​ຫງົບ​ປອດ​ໄພ​ຢູ່​ພາກ​ພື້ນ​ຍັງ​ຊ້ອ​ນ​ແຝງ​ຄວາມ​ສ່ຽງຫຼາຍ​ຢ່າງ. ຕາມ​ບັນ​ດາ​ແຫຼ່ງ​ຕິດ​ຕາມ​ການ​ເດີນ​ທະ​ເລ​ສາ​ກົນ, ຈຳ​ນວນ​ກຳ​ປັ່ນ​ໄປ​ຜ່ານ ຊ່ອງ​ແຄບ​ທະ​ເລ Hormuz ໄດ້ຫລຸດ​ລົງຫຼາຍ​ໃນ​ໄລ​ຍະ​ມໍ່ໆ​ມານີ້. ຕາມ​ຂໍ້​ມູນ​ຂອງ Lloyd’s List - ສື່​ສິ່ງ​ພິມ​ຂໍ້​ມູນ​ສະ​ເພາະ​ກ່ຽວ​ກັບ​ການ​ຂົນ​ສົ່ງ​ທາງ​ທະ​ເລຂອງ ອັງ​ກິດ, ກ່ອນ​ວັນ​ທີ 3 ພຶດ​ສະ​ພາ, ຈຳ​ນວນ​ກຳ​ປັ່ນ​ໄປ​ຜ່ານຊ່ອງ​ແຄບ​ທະ​ເລ Hormuz ແມ່ນ​ປະ​ມານ 40 ​ຖ້ຽວ/ອາ​ທິດ ແຕ່​ຮອດ​ວັນ​ທີ 10 ພຶດ​ສະ​ພາ​ແມ່ນ​ຫລຸດ​ລົງ​ຍັງ​ເຫຼືອ​ພຽງ 18 ຖ້ຽວ/ອາ​ທິດ. ກ່ອນ​ເກີດ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ, ສະ​ເລ່​ຍ​ແຕ່​ລະ​ມື້​ມີ​ກຳ​ປັ່ນ​ປະ​ມານ 135 ​ຖ້ຽວ​ໄດ້​ໄປ​ຜ່ານ​ເຂດນີ້.


top