ຂ່າວສານ

ກຳ​ນົດ​ວັດ​ທະ​ນະ​ທຳ​ແມ່ນ​ພື້ນ​ຖານ​ດ້ານ​ຈິດ​ໃຈ​ຂອງ​ສັງ​ຄົມ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ​ຕ້ອງ​ຫັນ​ປ່ຽນ​ຈິນ​ຕະ​ນາ​ການ​ຖື​ວັດ​ທະ​ນະ​ທຳ​ແມ່ນ​ຂົງ​ເຂດ​ພັດ​ທະ​ນາ ໄປ​ຍັງ​ການ​ກຳ​ນົດ​ວັດ​ທະ​ນະ​ທຳ​ແມ່ນ​ພື້ນ​ຖານ​ດ້ານ​ຈິດ​ໃຈ​ຂອງ​ສັງ​ຄົມ
  ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 13 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 2 ຄະ​ນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ ຫວຽດ​ນາມ. ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເລ​ມິງ​ຮຶງ, ທ່ານ ເຈິ່ນ​ເກິມ​ຕູ ຜູ້​ປະ​ຈຳ​ການ​ຄະ​ນະ​ເລ​ຂາ​ທິ​ການ​ສູນ​ກາງ​ພັກ.

ກ​່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຊີ້​ແຈ້ງວ່າ​ຕ້ອງ​ຫັນ​ປ່ຽນ​ຈິນ​ຕະ​ນາ​ການ​ຖື​ວັດ​ທະ​ນະ​ທຳ​ແມ່ນ​ຂົງ​ເຂດ​ພັດ​ທະ​ນາ ໄປ​ຍັງ​ການ​ກຳ​ນົດ​ວັດ​ທະ​ນະ​ທຳ​ແມ່ນ​ພື້ນ​ຖານ​ດ້ານ​ຈິດ​ໃຈ​ຂອງ​ສັງ​ຄົມ; ສັງ​ເກດ​ວັດ​ທະ​ນະ​ທຳ​ແມ່ນ​ເສົາ​ຄ້ຳ​ຂອງ​ການ​ພັດ​ທະ​ນາ, ແມ່ນ​ກຳ​ລັງ​ໜູນ​ຂອງ​ການ​ເຕີບ​ໂຕ​ໃໝ່, ​ປະ​ກົດ​ຕົວ​ໃນ​ທຸກ​ນະ​ໂຍ​ບາຍ​ຊີ້​ຂາດ​ກ່ຽວ​ກັບ​ເສດ​ຖະ​ກິດ, ການ​ເມືອງ, ກາ​ນ​ສຶກ​ສາ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຕ່າງ​ປະ​ເທດ ແລະ ການ​ຄຸ້ມ​ຄອງ​ບໍ​ລິ​ຫານ​ປະ​ເທດ​ຊາດ.

ພວກ​ເຮົາ​ຈະຫັນ​ປ່ຽນຈາກ ຈິນ​ຕະ​ນ​າ​ການ​ຄຸ້ມ​ຄອງວັດ​ທະ​ນະ​ທຳ​ໄປສູ່ຈິນ​ຕະ​ນາ​ການ​ສ້າງ​​ສາ​ພັດ​ທະ​ນາຢ່າງ​ແຮງ, ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ເຈົ້າ​ປະ​ດິດຄິດ​ສ້າງ​ຂອງ​ປະ​ຊາ​ຊົນ, ສົ່ງ​ເສີມ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ຂອງ​ປະ​ຊາ​ຄົມ. ລະ​ດົມ​ທຸກ​ແຫຼ່ງ​ກຳ​ລັງ​ຢ່າງ​ສຸດ​ຂີດ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເພື່ອ​ສ້າງວັດ​ທະ​ນະ​ທຳ ຫວຽດ​ນາມ ກ້າວ​ໜ້າ, ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ຊາດ, ມີ​ກຳ​ລັງ​ແກ້ງ​ແຍ້ງ ແລະ ຄວາມ​ສາ​ມາດ​ແຜ່​ກະ​ຈາຍ​ໃນ​ຍຸກ​ໃໝ່.


top