ຂ່າວສານ

ກຳປູເຈຍ ສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງພັກປະຊາຊົນ ກຳປູເຈຍ

ທ່ານປະທານ CPP Hun Sen ໄດ້ທົບທ້ວນຄືນປະຫວັດສາການສ້າງຕັ້ງ ແລະ ພັດທະນາຂອງ CPP.
ພິທີມິດຕິງ (ພາບ: TTXVN)

ວັນທີ 28 ມິຖຸນາ, ຢູ່ສຳນັກງານສູນກາງພັກປະຊາຊົນ ກຳປູເຈຍ (CPP), ທີ່ນະຄອນຫຼວງ ພະນົມເປັນ, ໄດ້ຈັດພິທີມິດຕິງສະເຫຼີມສະຫຼອງ 74 ປີແຫ່ງວັນສ້າງຕັ້ງພັກ CPP (28 ມິຖຸນາ 1951 – 28 ມິຖຸນາ 2025). ເຫດການໂດຍມີການເຂົ້າຮ່ວມຂອງຜູ້ແທນ 10.000 ທ່ານ ເຊິ່ງແມ່ນການນຳ, ເຈົ້າໜ້າທີ່ຕາງໜ້າບັນດາອົງການ, ກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາໝູ່ຄະນະຈັດຕັ້ງ, ສາສະໜາ… ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາຊະອານາຈັກ ກຳປູເຈຍ ຫງວຽນມິນວູ ໄດ້ເຂົ້າຮ່ວມເຫດການ.

ກ່າວຄຳເຫັນທີ່ພິທີ, ທ່ານປະທານ CPP Hun Sen ໄດ້ທົບທ້ວນຄືນປະຫວັດສາການສ້າງຕັ້ງ ແລະ ພັດທະນາຂອງ CPP. ໃນໄລຍະ 74 ປີຜ່ານມາ, ໃນຕົວຈິງຊີ້ໃຫ້ເຫັນວ່າ CPP ແມ່ນກຳລັງການເມືອງໜຶ່ງດຽວ ຍາມໃດກໍ່ສະໜິດຕິດພັນ, ຮ່ວມທຸກຮ່ວມສຸກກັບປະຊາຊົນ ກຳປູເຈຍ ໃນບໍ່ວ່າເວລາໃດ, ບົນພື້ນຖານຢືດໝັ້ນກັບເປົ້າໝາຍ ແລະ ອຸດົມຄະຕິຂອງຕົນ. ນັ້ນແມ່ນເຕົ້າໂຮມກຳລັງແຮງຂອງທົ່ວປວງຊົນທັງຊາດ, ບໍ່ຈຳແນກພາກສ່ວນຊົນເຜົ່າ, ຍິງ-ຊາຍ, ພາສາ, ສາສະໜາ… ພ້ອມກັນມຸ່ງໄປເຖິງເປົ້າໝາຍສ້າງປະເທດ ກຳປູເຈຍ ເອກະລາດ, ສັນຕິພາບ, ເສລີ, ປະຊາທິປະໄຕ, ເປັນກາງ ແລະ ຄວາມກ້າວໜ້າຂອງສັງຄົມ.


top