ທ່ານ Chhay Sinarith ໃຫ້ຮູ້ວ່າ ກຸ່ມຕ້ານການສໍ້ໂກງທາງອອນລາຍລະດັບຊາດ ໄດ້ຜັນຂະຫຍາຍບັນດາມາດຕະການດ້ານນິຕິກຳຕໍ່ບັນດາການເຄື່ອນໄຫວທີ່ຖືກສົງໄສ
ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນໃໝ່ຫຼັກໝັ້ນຂອງຕົນໃນການຕ້ານການສໍ້ໂກງທາງອອນລາຍ (ພາບ: VNA)
ລັດຖະບານ ກຳປູເຈຍ ໄດ້ຢືນຢັນຄືນໃໝ່ຫຼັກໝັ້ນຂອງຕົນໃນການຕ້ານການສໍ້ໂກງທາງອອນລາຍ, ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ປະຕິບັດກົດໝາຍຢ່າງເຂັ້ມງວດຕໍ່ບັນດາການເຄື່ອນໄຫວສໍ້ໂກງຫຼອກລວງ, ສັ່ງຟ້ອງບັນດາຫົວໂປ່ນຳໜ້າ ແລະ ຜູ້ມີສ່ວນກ່ຽວຂ້ອງ, ກໍ່ຄືອາຍັດຊັບສິນຂອງອາດຊະຍາກຳ. ຂໍ້ມູນດັ່ງກ່າວໂດຍ ທ່ານ Chhay Sinarith, ລັດຖະມົນຕີຂັ້ນສູງ, ທັງເປັນຫົວໜ້າຄະນະກຳມະການຕ້ານການສໍ້ໂກງທາງອອນລາຍ (CCOS) ຍົກອອກມາຫວ່າງມໍ່ໆມານີ້.
ທ່ານ Chhay Sinarith ໃຫ້ຮູ້ວ່າ ກຸ່ມຕ້ານການສໍ້ໂກງທາງອອນລາຍລະດັບຊາດ ໄດ້ຜັນຂະຫຍາຍບັນດາມາດຕະການດ້ານນິຕິກຳຕໍ່ບັນດາການເຄື່ອນໄຫວທີ່ຖືກສົງໄສ, ລວມທັງການບຸກເຂົ້າບັນດາສະຖານທີ່, ສັ່ງຟ້ອງຕໍ່ຜູ້ທີ່ມີສ່ວນກ່ຽວຂ້ອງ ແລະ ສືບຕໍ່ສືບສວນບັນດາຄະດີທີ່ພວມຖືກດຳເນີນຄະດີຢູ່ສານ. ກ່ຽວຂ້ອງເຖິງເຂດພັດທະນາ Long Bay ຢູ່ແຂວງ Koh Kong, ທ່ານໄດ້ເນັ້ນໜັກວ່າ ອຳນາດການປົກຄອງ ກຳປູເຈຍ ບໍ່ອະນຸຍາດໃຫ້ເຂດນີ້ເຄື່ອນໄຫວຄືດັ່ງຮາກຖານສຳລັບການສໍ້ໂກງໂດຍອີງໃສ່ເຕັກໂນໂລຢີ.