ຂ່າວສານ

ກຳປັ່ນຕຳຫຼວດທະເລ ຫວຽດນາມ ເລີ່ມອອກເດີນທາງໄປ ອິນໂດເນເຊຍ

ນີ້ແມ່ນການໄປຢ້ຽມຢາມ ອິນໂດເນເຊຍ ຄັ້ງທຳອິດຂອງກຳປັ່ນຕຳຫຼວດທະເລ ຫວຽດນາມ ໃນປີ 2025.
(ຄະນະປະຕິບັດງານຕຳຫຼວດທະເລ ຫວຽດນາມ)

ຕອນເຊົ້າວັນທີ 21 ສິງຫາ, ກຳປັ່ນຕຳຫຼວດທະເລ (CBS) ໝາຍເລກ 8001 ພ້ອມກັບຄະນະປະຕິບັດງານຕຳຫຼວດທະເລ ຫວຽດນາມ ໄດ້ເດີນທາງອອກຈາກທ່າກຳປັ່ນທະຫານກອງ 301, ນະຄອນ ໂຮ່ຈີມິນ, ເລີ່ມຕົ້ນການເດີນທາງໄປ ອິນໂດເນເຊຍ.

        ນີ້ແມ່ນການໄປຢ້ຽມຢາມ ອິນໂດເນເຊຍ ຄັ້ງທຳອິດຂອງກຳປັ່ນຕຳຫຼວດທະເລ ຫວຽດນາມ ໃນປີ 2025, ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ເຈດຈຳນົງຂອງກຳລັງ 2 ປະເທດ ໃນການເພີ່ມທະວີການຮ່ວມມື, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຍົກສູງຄວາມເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ; ປະກອບສ່ວນຕັ້ງໜ້າເຂົ້າໃນການສ້າງເຂດທະເລແຫ່ງສັນຕິພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ການຮ່ວມມື ແລະ ພັດທະນາແບບຍືນຍົງ. ຕາມແຜນການ, ໃນການຢ້ຽມຢາມຄັ້ງນີ້, ຄະນະປະຕິບັດງານຂອງຕຳຫຼວດທະເລ ຫວຽດນາມ ຈະດຳເນີນກອງປະຊຸມ 2 ຝ່າຍ; ຢ້ຽມຢາມ ແລະ ພົບປະແລກປ່ຽນກິລາກັບພະນັກງານ, ລູກເຮືອຕຳຫຼວດທະເລ ອິນໂດເນເຊຍ… ພິເສດ, 2 ກຳລັງຈະສົມທົບກັນຝຶກຊ້ອມຮ່ວມທາງທະເລ.


top