ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ປະຊາຄົມວິສາຫະກິດ ຫວຽດນາມ ຕ້ອງກຳນົດແຈ້ງຄຸນຄ່າແກ່ນສານຂອງວິສາຫະກິດ
(ທ່ານ ມາຍວັນຈິງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ)
ເວທີປາໄສແຫ່ງຊາດປະຈຳປີ “ວັດທະນະທຳກັບວິສາຫະກິດ” ປີ 2026 ດ້ວຍຫົວຂໍ້ “ວັດທະນະທຳກັບວິສາຫະກິດ” ປີ 2026 ດ້ວຍຫົວຂໍ້ “ວັດທະນະທຳດຳເນີນທຸລະກິດ ຫວຽດນາມ - ລະບົບຄຸນຄ່າໃໝ່ຈາກຈິນຕະນາການບຸກທະລຸຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 16 ຂອງພັກ” ໄດ້ຈັດຂຶ້ນໃນວັນທີ 21 ມີນາ, ຢູ່ ຮ່າໂນ້ຍ.
ເວທີປາໄສລວມມີ 2 ວາລະ: “ລັດຖະບານສ້າງສັນ - ສ້າງລະບອບລະບຽບການມາດຕະຖານດຳເນີນທຸລະກິດໃໝ່ໃຫ້ສົມບູນແບບ” ສຸມໃສ່ປຶກສາຫາລືກ່ຽວກັບການສ້າງລະບອບລະບຽບການ, ກຳນົດຮູບແບບລະບົບຄຸນຄ່າວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃຫ້ສົມບູນແບບ; “ວິສາຫະກິດກະທຳ - ແຜ່ກະຈາຍຄຸນຄ່າ ແລະ ຍົກລະດັບວິສາຫະກິດ ຫວຽດນາມ” ສຸມໃສ່ບັນດາມາດຕະການແກ້ໄຂຕົວຈິງ ເພື່ອແນໃສ່ຫັນປ່ຽນບັນດາຄຸນຄ່າວັດທະນະທຳໃຫ້ກາຍເປັນມາດຕະຖານການກະທຳໃນການຄຸ້ມຄອງ ແລະ ພັດທະນາວິສາຫະກິດ.
ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ມາຍວັນຈິງ, ຮອງນາຍົກລັດຖະມົນຕີ ຫວຽດນາມ ເນັ້ນໜັກວ່າ ເພື່ອຜັນຂະຫຍາຍວັດທະນະທຳວິສາຫະກິດ, ສ້າງຊຸດປະມວນຄຸນຄ່າວັດທະນະທຳດຳເນີນທຸລະກິດ ຫວຽດນາມ ໃຫ້ສົມບູນແບບ, ບັນດາກະຊວງ, ຂະແໜງການ, ອົງການ, ທ້ອງຖິ່ນ, ປະຊາຄົມວິສາຫະກິດ ຫວຽດນາມ ຕ້ອງກຳນົດແຈ້ງຄຸນຄ່າແກ່ນສານຂອງວິສາຫະກິດ; ຕິດພັນວັດທະນະທຳວິສາຫະກິດກັບການຄຸ້ມຄອງທີ່ທັນສະໄໝ, ການຫັນເປັນດີຈີຕອນ, ໜ້າທີ່ຄວາມຮັບຜິດຊອບສັງຄົມ ແລະ ການພັດທະນາແບບຍືນຍົງ, ເຄື່ອງໝາຍການຄ້າແຫ່ງຊາດ.