ປະຈຸບັນສະຫະພັນບານເຕະ ອາຊີຕາເວັນອອກສ່ຽງໃຕ້ (AFF) ພ້ອມກັບບັນດາສະຫະພັນສະມາຊິກ ຍັງບໍ່ທັນມີຄຳຕອບທີ່ເປັນທາງການກ່ຽວກັບແຜນການເຂົ້າຮ່ວມ ຫຼື ຈັດ FIFA ASEAN Cup.
ຕາມຂໍ້ຕົກລົງທີ່ໄດ້ຮັບຮອງເອົາໃນວັນທີ 20 ມີນາ, ທີ່ກອງປະຊຸມສະຫະພັນບານເຕະໂລກ (FIFA) ຢູ່ Zurich, ສະວິດ, FIFA ASEAN Cup ຈະຈັດຂຶ້ນແຕ່ເດືອນ ກັນຍາ – ຕຸລາ ປີ 2026, ເຕົ້າໂຮມທິມບານເຕະແຫ່ງຊາດ ອາຊີຕາເວັນອອກສ່ຽງໃຕ້ 11 ທິມ ເຂົ້າຮ່ວມ. FIFA ASEAN Cup ຈະຈັດຂຶ້ນໃນຂອບເວລາ FIFA Days ແລະ ບັນດາບັ້ນເຕົ້າໂຮມທິມບານເຕະໃນເດືອນ ກັນຍາ ແລະ ຕຸລາ ຈະໄດ້ໂຮມກັນແຂ່ງຂັນເປັນເວລາ 3 ອາທິດ (ແຕ່ວັນທີ 21 ກັນຍາ - 06 ຕຸລາ); ແຕ່ລະທິມຈະແຂ່ງຂັງຫຼາຍສຸດ 4 ນັດ.
ປະຈຸບັນສະຫະພັນບານເຕະ ອາຊີຕາເວັນອອກສ່ຽງໃຕ້ (AFF) ພ້ອມກັບບັນດາສະຫະພັນສະມາຊິກ ຍັງບໍ່ທັນມີຄຳຕອບທີ່ເປັນທາງການກ່ຽວກັບແຜນການເຂົ້າຮ່ວມ ຫຼື ຈັດ FIFA ASEAN Cup.