ຂ່າວສານ ການາດາ ຕີລາຄາສູງ ການນຳພາຂອງ ພັກກອມມູນິດ ຫວຽດນາມ ໃນບັນດາໄຊຊະນະຂອງຊາດ ຫວຽດນາມ 08/02/2021 ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ໄດ້ເປີດເສັ້ນທາງ ແລະ ສົ່ງກຳລັງແຮງໃຫ້ແກ່ຄວາມຄາດຫວັງຢາກມີເອກະລາດ ແລະ ຄວາມເຂັ້ມແຂງແຮງກ້າຂອງທົ່ວປວງຊົນທັງຊາດ ຫາກຍັງສະແດງໃຫ້ເຫັນວ່າ ພັກ ແມ່ນອົງການຈັດຕັ້ງ ແລະ ນຳພາທຸກໄຊຊະນະຂອງປະເທດຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ (ພາບ: TTXVN) ວັນທີ 6 ກຸມພາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 91 ປີ (ວັນທີ 3 ກຸມພາ 1930 - ວັນທີ 3 ກຸມພາ 2021) ແລະ ອວຍພອນຜົຸນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ, ສະຫະສະມາຄົມມິດຕະພາບ ການາດາ - ຫວຽດນາມ (CVFS) ໄດ້ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ ດ້ວຍຫົວຂໍ້ “ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ” ໂດຍມີການເຂົ້າຮ່ວມຂອງນັກຮຽນຮູ້ທີ່ມາຈາກ ອັງກິດ, ອາເມລິກາ ແລະ ອາກຊັງຕິນ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບພື້ນຖານເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມຂອງ ຫວຽດນາມ. ຍ້ອນວິວັດການປ່ຽນແປງໃໝ່, ຈາກປະເທດທຸກຍາກຕ້ອງນຳເຂົ້າສະບຽງອາຫານ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸພຽງແຕ່ 86 USD ເທົ່ານັ້ນ, ແຕ່ຫວຽດນາມ ໄດ້ຟື້ນຕົວ ແລະ ຍົກລະດັບ ລາຍຮັບສະເລ່ຍຕໍ່ຫົວຄົນ ຂຶ້ນເປັນປະມານ 2.800 USD, ກາຍເປັນປະເທດ ສົ່ງອອກເຂົ້າສານໃຫຍ່ອັນດັບທີ 2 ໃນໂລກ. ສະເພາະປີ 2020, ໃນຂະນະທີ່ລະດັບການເຕີບໂຕ GDP ຂອງໂລກເປັນລົບ,ແຕ່ເສດຖະກິດຂອງ ຫວຽດນາມ ຍັງບັນລຸລະດັບເຕີບໂຕ 2,91%. ເພື່ອນມິດ ການາດາ ໄດ້ສະແດງຄວາມປາດຖະໜາຢາກຮຽນຮູ້ປະສົບການ ຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ພ້ອມທັງສະແດງຄວາມເຄົາລົບຕໍ່ບັນດາໄຊຊະນະຂອງ ຫວຽດນາມ ໃນການຕໍ່ສູ້ປົດປ່ອຍ ຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ໂດຍສະເພາະແມ່ນໃນວິວັດການປ່ຽນແປງໃໝ່ປັດຈຸບັນ, ອັນໄດ້ຢັ້ງຢືນໃຫ້ເຫັນວ່າ ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ໄດ້ເປີດເສັ້ນທາງ ແລະ ສົ່ງກຳລັງແຮງໃຫ້ແກ່ຄວາມຄາດຫວັງຢາກມີເອກະລາດ ແລະ ຄວາມເຂັ້ມແຂງແຮງກ້າຂອງທົ່ວປວງຊົນທັງຊາດ ຫາກຍັງສະແດງໃຫ້ເຫັນວ່າ ພັກ ແມ່ນອົງການຈັດຕັ້ງ ແລະ ນຳພາທຸກໄຊຊະນະຂອງປະເທດຊາດ. (ແຫຼ່ງຄັດຈາກ VOV)

ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ໄດ້ເປີດເສັ້ນທາງ ແລະ ສົ່ງກຳລັງແຮງໃຫ້ແກ່ຄວາມຄາດຫວັງຢາກມີເອກະລາດ ແລະ ຄວາມເຂັ້ມແຂງແຮງກ້າຂອງທົ່ວປວງຊົນທັງຊາດ ຫາກຍັງສະແດງໃຫ້ເຫັນວ່າ ພັກ ແມ່ນອົງການຈັດຕັ້ງ ແລະ ນຳພາທຸກໄຊຊະນະຂອງປະເທດຊາດ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ (ພາບ: TTXVN) ວັນທີ 6 ກຸມພາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ຄົບຮອບ 91 ປີ (ວັນທີ 3 ກຸມພາ 1930 - ວັນທີ 3 ກຸມພາ 2021) ແລະ ອວຍພອນຜົຸນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ, ສະຫະສະມາຄົມມິດຕະພາບ ການາດາ - ຫວຽດນາມ (CVFS) ໄດ້ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ ດ້ວຍຫົວຂໍ້ “ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກກອມມູນິດ ຫວຽດນາມ” ໂດຍມີການເຂົ້າຮ່ວມຂອງນັກຮຽນຮູ້ທີ່ມາຈາກ ອັງກິດ, ອາເມລິກາ ແລະ ອາກຊັງຕິນ. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບພື້ນຖານເສດຖະກິດການຕະຫຼາດ ຕາມກຳນົດທິດສັງຄົມນິຍົມຂອງ ຫວຽດນາມ. ຍ້ອນວິວັດການປ່ຽນແປງໃໝ່, ຈາກປະເທດທຸກຍາກຕ້ອງນຳເຂົ້າສະບຽງອາຫານ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸພຽງແຕ່ 86 USD ເທົ່ານັ້ນ, ແຕ່ຫວຽດນາມ ໄດ້ຟື້ນຕົວ ແລະ ຍົກລະດັບ ລາຍຮັບສະເລ່ຍຕໍ່ຫົວຄົນ ຂຶ້ນເປັນປະມານ 2.800 USD, ກາຍເປັນປະເທດ ສົ່ງອອກເຂົ້າສານໃຫຍ່ອັນດັບທີ 2 ໃນໂລກ. ສະເພາະປີ 2020, ໃນຂະນະທີ່ລະດັບການເຕີບໂຕ GDP ຂອງໂລກເປັນລົບ,ແຕ່ເສດຖະກິດຂອງ ຫວຽດນາມ ຍັງບັນລຸລະດັບເຕີບໂຕ 2,91%. ເພື່ອນມິດ ການາດາ ໄດ້ສະແດງຄວາມປາດຖະໜາຢາກຮຽນຮູ້ປະສົບການ ຂອງ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ພ້ອມທັງສະແດງຄວາມເຄົາລົບຕໍ່ບັນດາໄຊຊະນະຂອງ ຫວຽດນາມ ໃນການຕໍ່ສູ້ປົດປ່ອຍ ຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ, ໂດຍສະເພາະແມ່ນໃນວິວັດການປ່ຽນແປງໃໝ່ປັດຈຸບັນ, ອັນໄດ້ຢັ້ງຢືນໃຫ້ເຫັນວ່າ ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ໄດ້ເປີດເສັ້ນທາງ ແລະ ສົ່ງກຳລັງແຮງໃຫ້ແກ່ຄວາມຄາດຫວັງຢາກມີເອກະລາດ ແລະ ຄວາມເຂັ້ມແຂງແຮງກ້າຂອງທົ່ວປວງຊົນທັງຊາດ ຫາກຍັງສະແດງໃຫ້ເຫັນວ່າ ພັກ ແມ່ນອົງການຈັດຕັ້ງ ແລະ ນຳພາທຸກໄຊຊະນະຂອງປະເທດຊາດ. (ແຫຼ່ງຄັດຈາກ VOV)