ຂ່າວສານ

ກາລະໂອກາດສົ່ງອອກເຂົ້າສານໄປຍັງ ຟີລິບປິນ

      ຟີລິບປິນ, ເຊິ່ງແມ່ນປະເທດສົ່ງອອກເຂົ້າສານໃຫຍ່ສຸດໃນໂລກ, ມີແຜນການນຳເຂົ້າເຂົ້າສານ 250.000 ໂຕນໃນເດືອນມະຖຸນານີ້ ເພື່ອແນໃສ່ເພີ່ມທະວີປະລິມານເຂົ້າສານສະສົມຂອງປະເທດນີ້ກ່ອນເວລາບໍ່ແມ່ນລະດູການເກັບກ່ຽວ ແລະ ກໍລະນີເຂົ້າເປືອກຖືກເສຍຫາຍຍ້ອນພາຍຸນ້ຳຖ້ວມ. 
ພາບປະກອບ 
      ນີ້ແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດານັກສົ່ງອອກເຂົ້າສານຂອງ ຫວຽດນາມ, ໄທ, ອິນເດຍ ແລະ ປາກິດສະຖານ. ອົງການທັນຍາຫານແຫ່ງຊາດ ຟິລິບປິນ (NFA) ຈະ ແຈ້ງແຜນການປະມູນພາຍຫຼັງການນຳອົງການນີ້ໄດ້ຮັບຮອງເອົາ. ການນຳເຂົ້າ ເຂົ້າສານຄັ້ງທຳອິດຄາດວ່າຈະໄດ້ຮັບການດຳເນີນໃນເດືອນ ມິຖຸນາ ແລະ ຕົ້ນເດືອນກໍລະກົດ ຈະມາເຖິງ. ສະພາ NFA ຈະສ້າງສຳເລັດບັນດາມາດຕາການນຳເຂົ້າ ເຂົ້າສານສຳເລັດສຳລັບ 805.000 ໂຕນໂດຍບັນດາບໍລິສັດພາຍໃນປະເທດນຳເຂົ້າ ເພື່ອຮັບປະກັນແຫຼ່ງສະໜອງ ຊ້ຳບໍ່ໜຳແມ່ນລະດູຝົນຕົກພາຍຸ. ລັດຖະບານ ຟີລິບປິນ ໄດ້ປ່ຽນແປງກົນໄກຊື້ເຂົ້າສານພາຍໃຕ້ຮູບການໃຫ້ຄຳໝັ້ນສັນຍາລະຫວ່າງລັດຖະບານ ເພື່ອແນໃສ່ຮັບປະກັນລັກສະນະແກ່ງແຍ້ງ ແລະ ໂປ່ງໃສ ພາຍຫຼັງບັນດາພະນັກງານຂອງ NFA ຖືກຕັດສິນລົງໂທດແມ່ນຮັບສິນບົນ.
 (ແຫຼ່ງຄັດຈາກ VOV)

top