ຂ່າວສານ

ການ​ໄຂ​ຊຸດ​ວາງ​ສະ​ແດງ​ກ່ຽວ​ກັບ​ຮ່ອງ​ຮອຍ​ການ​ປະ​ຕິ​ວັດ

ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ (ວັນທີ 19 ສິງຫາ) ແລະ ວັນຊາດ (ທີ 2 ກັນຍາ), ຕອນເຊົ້າວັນທີ 19 ສິງຫາ, ຢູ່ຮ່າໂນ້ຍ, ສູນອະນຸລັກຮັກສາມໍລະດົກທັງລອງ ໄດ້ເປີດບັນດາກິດຈະກຳວາງສະແດງກ່ຽວກັບຮ່ອງຮອຍສະຖານປະຫວັດສາດ, ຮ່ອງຮອຍສະຖານການປະຕິວັດ.
ພິທີໄຂງານວາງສະແດງພາບຖ່າຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະການປະຕິວັດເດືອນສິງຫາ ຢູ່ນະຄອນ ໂຮ່ຈີມິນ

ງານວາງສະແດງ “ຕຶກອາຄານ ແລະ ອຸມົງ D67 - ໄລຍະທາງຮອດວັນຮັບໄຊຊະນະຢ່າງສົມບູນ” ແລະ “ເສີມຂະຫຍາຍຄຸນຄ່າຮ່ອງຮອຍສະຖານການປະຕິວັດ ອຸມົງກົດລັບ - ກອງເສນາທິການໃຫຍ່” ແນະນຳເອກະສານ, ພາບຖ່າຍກວ່າ 300 ຢ່າງ ທີ່ກ່ຽວຂ້ອງເຖິງບັນດາເຄື່ອງອຸປະກອນສູ້ຮົບຂອງກອງທັບປະຊາຊົນ ຫວຽດນາມ. ການໝູນໃຊ້ເຕັກໂນໂລຢີທີ່ທັນສະໄໝ ໄດ້ວາດພາບເຖິງບ່ອນເຮັດວຽກຂອງກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ ໃນສະໄໝຕໍ່ຕ້ານ ແລະ ຍາດເອົາເອກະລາດ.

ຕອນເຊົ້າຂອງວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ ໄດ້ໄຂງານວາງສະແດງພາບຖ່າຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະການປະຕິວັດເດືອນສິງຫາ (19/8/1945 – 19/8/2025) ແລະ ວັນຊາດ ຫວຽດນາມ (2/9/1945 - 2/9/2025). ງານວາງສະແດງດ້ວຍຫົວຂໍ້ “ ຈາກສັງກາດເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ ຕະຫຼອດຮອດສັງກາດບຸກບືນຂອງຊາດ”.


top