ຂ່າວສານ

ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຕ້ອງ​ຕິດ​ແທດ​ໜ້າ​ທີ່, ເປົ້າ​ໝາ​ຍ​ພັດ​ທະ​ນາ​ປະ​ເທດ​ຊາດ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຮຽກ​ຮ້ອງ​ໃຫ້ເຊື່ອມ​ຊຶມ​ຢ່າງ​ເລິກ​ເຊິ່ງ, ປ່ຽນ​ແປງ​ຈິນ​ຕະ​ນາ​ການ, ຄວາມ​ຮັບ​ຮູ້ ແລະ ການ​ກະ​ທຳ​ດ້ານ​ການ​ຕ່າງປະເທດ ແລະ ເຊື່ອມ​ໂຍງ​ສາ​ກົນ​ໃນ​ສະ​ພາບ​ການ​ໃໝ່.

ຕອນ​ບ່າຍ​ວັນ​ທີ 3 ເມ​ສາ, ທ່ານ​ ຟ້າມ​ມິງ​ຈິງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ສາ​ກົນ (ຄະ​ນະ​ຊີ້​ນຳ) ເປັນ​ປະ​ທານກອງ​ປະ​ຊຸມ​ຂອງ​ຄະ​ນະ​ຊີ້​ນຳ. ກອງ​ປະ​ຊຸມ​ໄດ້​ຈັດ​ຂຶ້ນ​ແບບ​ທາງ​ໄກ​ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ ເຊື່ອມຕໍ່​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ແລະ ບັນ​ດາ​ອົງ​ການ​ຕາງ​ໜ້າ ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ.

 

ຢູ່ກອງປະຊຸມທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ເຊື່ອມຊຶມຢ່າງເລິກເຊິ່ງປ່ຽນແປງຈິນຕະນາການຄວາມຮັບຮູ້ ແລະ ການກະທຳດ້ານການຕ່າງປະເທດ ແລະ ເຊື່ອມໂຍງສາກົນໃນສະພາບການໃໝ່ຕາມນັ້ນແລ້ວການເຄື່ອນໄຫວດ້ານການຕ່າງປະເທດການເຊື່ອມໂຍງສາກົນ ຕ້ອງຕິດແທດກັບຄວາມຮຽກຮ້ອງພັດທະນາປະເທດຊາດປະກອບສ່ວນໂດຍກົງເຂົ້າໃນເປົ້າໝາຍການເຕີບໂຕບັນລຸລະດັບສອງຕົວເລກໃນນັ້ນ ຜັນຂະຫຍາຍບັນດາຄຳໝັ້ນສັນຍາຂໍ້ຕົກລົງສາກົນຢ່າງມີປະສິດທິຜົນແທ້ຈິງຍູ້ແຮງການທູດພະລັງງານເຕັກໂນໂລຢີສູງ

 

ການທູດ ແລະ ກາເຊື່ອມໂຍງສາກົນຕ້ອງສ້າງສະຖານະການ, ສະພາບແວດລ້ອມທີ່ສະດວກ​​ເພື່ອໃຫ້ປະເທດຊາດກ້າວເຂົ້າສູ່ສັງກາດບຸກບືນສວມບົດບາດສ້າງສັນເປັນກຳລັງໜູນເປີດກາລະໂອກາດໃໝ່ໃຫ້ແກ່ປະເທດຊາດພັດທະນາປະກອບສ່ວນໂດຍກົງເຂົ້າເປົ້າາຍການເຕີບໂຕຢູ່ລະດັບສອງຕົວເລກເຂົ້າຮ່ວມຢ່າງຕັ້ງໜ້າເຂົ້າໃນການຍົກສູງຖານະບົດບາດອິດທິພົນຊື່ສຽງຂອງປະເທດຊາດໃນສະພາບການທີ່ການເມືອງໂລກສັບສົນໃນປັດຈຸບັນບໍ່ພຽງແຕ່ເດີນຕາມທັນໄປພ້ອມກັນ ຫາກຍັງຕ້ອງກາຍຂຶ້ນນຳພາພ້ອມກັນນັ້ນ ວຽກງານການຕ່າງປະເທດ ແລະ ການເຊື່ອມໂຍງສາກົນຕ້ອງປະກອສ່ວນເຂົ້າໃນການປະຕິບັດແນວທາງການຕ່າງປະເທດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ.


top