ຂ່າວສານ ການເຄື່ອນໄຫວເສດຖະກິດ Eurozone ຫຼຸດລົງ 25/04/2026 ຕາມໝາກຜົນການສຳຫຼວດໂດຍ S&P Global ປະກາດໃນວັນທີ 23 ເມສາ, ການເຄື່ອນໄຫວດຳເນີນທຸລະກິດຢູ່ຂົງເຂດນຳໃຊ້ສະກຸນເງິນລວມ ເອີໂຣ (Eurozone) ໃນເດືອນເມສາຜ່ານມາ ໄດ້ຫຼຸດລົງເປັນຄັ້ງທຳອິດ ພາຍຫຼັງໄລຍະ 16 ເດືອນ, ຍ້ອນການປະທະກັນຢູ່ຕາເວັນອອກກາງ ໄດ້ເຮັດໃຫ້ລາຄາພະລັງງານເພີ່ມຂຶ້ນສູງ ແລະ ລະບົບການສະໜອງທົ່ວໂລກຖືກຂາດວັກຂາດຕອນ. ສຳນັກງານທະນາຄານ ECB ຢູ່ Frankfurt, ເຢຍລະມັນ (ພາບເອກະສານ: REUTERS/Jana Rodenbusch) ດັດຊະນີຜູ້ຈັດການຝ່າຍຈັດຊື້ (PMI) ໃນເບື້ອງຕົ້ນຢູ່ຂົງເຂດ Eurozone ຮັບຮູ້ວ່າ ໃນເດືອນເມສາໄດ້ຢູ່ໃນລະດັບ 48,6, ຫຼຸດລົງຖ້າທຽບໃສ່ລະດັບ 50,7 ຂອງເດືອນກ່ອນ. ສິ່ງທີ່ໜ້າສົນໃຈແມ່ນ, ເມື່ອດັດຊະນີສຳຄັນກ່ຽວກັບສະພາວະສັງລວມຂອງພື້ນຖານເສດຖະກິດນີ້ຢູ່ລະດັບຕ່ຳກວ່າ 50 ກໍ່ໝາຍຄວາມວ່າ ພື້ນຖານເສດຖະກິດພວມຖືກຊຸດໂຊມລົງ. ການຊຸດໂຊມກ່ຽວກັບທາງດ້ານປະລິມານສ່ວນຫຼາຍແມ່ນເກີດຈາກຂົງເຂດການບໍລິການກໍ່ຂຶ້ນ, ດ້ວຍລະດັບການຊຸດໂຊມແຮງທີ່ສຸດໃນໄລຍະ 5 ປີກວ່າ. ກົງກັນຂ້າມ, ການຜະລິດອຸດສາຫະກຳຂອງ Eurozone ສືບຕໍ່ເພີ່ມຂຶ້ນ. ບົດລາຍງານໄດ້ຊີ້ໃຫ້ເຫັນວ່າ ສະພາບການເຄື່ອນໄຫວດຳເນີນທຸລະກິດຫຼຸດລົງໃນທົ່ວເຂດນຳໃຊ້ສະກຸນເງິນ ເອີໂຣ, ລວມທັງ ເຢຍລະມັນ ແລະ ຝລັ່ງ, ສອງພື້ນຖານເສດຖະກິດໃຫຍ່ສຸດຂອງຂົງເຂດນີ້.

ຕາມໝາກຜົນການສຳຫຼວດໂດຍ S&P Global ປະກາດໃນວັນທີ 23 ເມສາ, ການເຄື່ອນໄຫວດຳເນີນທຸລະກິດຢູ່ຂົງເຂດນຳໃຊ້ສະກຸນເງິນລວມ ເອີໂຣ (Eurozone) ໃນເດືອນເມສາຜ່ານມາ ໄດ້ຫຼຸດລົງເປັນຄັ້ງທຳອິດ ພາຍຫຼັງໄລຍະ 16 ເດືອນ, ຍ້ອນການປະທະກັນຢູ່ຕາເວັນອອກກາງ ໄດ້ເຮັດໃຫ້ລາຄາພະລັງງານເພີ່ມຂຶ້ນສູງ ແລະ ລະບົບການສະໜອງທົ່ວໂລກຖືກຂາດວັກຂາດຕອນ. ສຳນັກງານທະນາຄານ ECB ຢູ່ Frankfurt, ເຢຍລະມັນ (ພາບເອກະສານ: REUTERS/Jana Rodenbusch) ດັດຊະນີຜູ້ຈັດການຝ່າຍຈັດຊື້ (PMI) ໃນເບື້ອງຕົ້ນຢູ່ຂົງເຂດ Eurozone ຮັບຮູ້ວ່າ ໃນເດືອນເມສາໄດ້ຢູ່ໃນລະດັບ 48,6, ຫຼຸດລົງຖ້າທຽບໃສ່ລະດັບ 50,7 ຂອງເດືອນກ່ອນ. ສິ່ງທີ່ໜ້າສົນໃຈແມ່ນ, ເມື່ອດັດຊະນີສຳຄັນກ່ຽວກັບສະພາວະສັງລວມຂອງພື້ນຖານເສດຖະກິດນີ້ຢູ່ລະດັບຕ່ຳກວ່າ 50 ກໍ່ໝາຍຄວາມວ່າ ພື້ນຖານເສດຖະກິດພວມຖືກຊຸດໂຊມລົງ. ການຊຸດໂຊມກ່ຽວກັບທາງດ້ານປະລິມານສ່ວນຫຼາຍແມ່ນເກີດຈາກຂົງເຂດການບໍລິການກໍ່ຂຶ້ນ, ດ້ວຍລະດັບການຊຸດໂຊມແຮງທີ່ສຸດໃນໄລຍະ 5 ປີກວ່າ. ກົງກັນຂ້າມ, ການຜະລິດອຸດສາຫະກຳຂອງ Eurozone ສືບຕໍ່ເພີ່ມຂຶ້ນ. ບົດລາຍງານໄດ້ຊີ້ໃຫ້ເຫັນວ່າ ສະພາບການເຄື່ອນໄຫວດຳເນີນທຸລະກິດຫຼຸດລົງໃນທົ່ວເຂດນຳໃຊ້ສະກຸນເງິນ ເອີໂຣ, ລວມທັງ ເຢຍລະມັນ ແລະ ຝລັ່ງ, ສອງພື້ນຖານເສດຖະກິດໃຫຍ່ສຸດຂອງຂົງເຂດນີ້.