ຂ່າວສານ

ການ​ເຄື່ອນ​ໄຫວ​ຂ່ຳ​ນັບ​ຮັບ​ຕ້ອນກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ແມ່​ຍິງ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII

ຕອນເຊົ້າວັນທີ 09 ມີນາ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດພິທີໄຂງານວາງສະແດງ “ສະຫະພັນແມ່ຍິງ ຫວຽດນາມ - ສ້າງຕໍ່ຄວາມຝັນ”.

ຕອນເຊົ້າວັນທີ 09 ມີນາ, ຢູ່ຮ່າໂນ້ຍ, ສູນກາງສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດພິທີໄຂງານວາງສະແດງ “ສະຫະພັນແມ່ຍິງ ຫວຽດນາມ - ສ້າງຕໍ່ຄວາມຝັນ”.

    

ງານວາງສະແດງຈະດຳເນີນໄປຮອດວັນທີ 11 ມີນາ ຈຶ່ງອັດລົງ  (ພາບ: TTXVN)

ງານວາງສະແດງ ລວມມີ 3 ເນື້ອໃນຄື: “ຂີດໝາຍບັນດາໄລຍະທາງ; ຂີດໝາຍອາຍຸການ 2017 – 2022; ມຸ່ງໄປເຖິງອະນາຄົດ. ທ່ານນາງ ຫງວຽນທິມິງເຮືອງ ຮອງປະທານສະຫະພັນແມ່ຍິງ ຫວຽດນາມ ໃຫ້ຮູ້ວ່າ:

        “ງານວາງສະແດງໄດ້ເນັ້ນໜັກເຖິງຂີດໝາຍພົ້ນເດັ່ນຂອງອາຍຸການກອງປະຊຸມໃຫຍ່ແມ່ຍິງຄັ້ງທີ XII ດ້ວຍການເຄື່ອນໄຫວທີ່ແທດຈິງ, ມີລັກສະນະສະຖານະການການເມືອງ ແລະ ມີລັກສະນະແຜ່ຂະຫຍາຍແບບຍືນຍົງ. ນັ້ນແມ່ນໝາກຜົນຂອງຄວາມມານະພະຍາຍຍາມນຳພາຂະບວນການຂອງສະຫະພັນແມ່ຍິງ ນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ, ນັ້ນແມ່ນຄວາມສາມັກຄີຕອບສະໜອງ, ປະດິດຄິດສ້າງຂອງສະມາຊິກແມ່ຍິງ, ແມ່ຍິງນັບຮ້ອຍໆຄົນໃນທົ່ວປະເທດ ໃນສະພາບທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ມາເປັນເວລາກວ່າ 2 ປີ”.

        ງານວາງສະແດງຈະດຳເນີນໄປຮອດວັນທີ 11 ມີນາ ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)


top