ຂ່າວສານ

ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ສຳ​ຄັນ​ໃນ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຫວຽດ​ນາມ - ລາວ

ການມອບ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ແມ່ນ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ສຶກ​ສາ ແລະ ບຳ​ລຸງ​ສ້າງລະ​ຫວ່າງ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ຫັນ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ລະ​ຫວ່າງ​ການ​ນຳ​ສອງ​ພັກ, ສອງ​ລັດ ຫວຽດ​ນາມ - ລາວ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ.
  ທ່ານ ຮ່ວາງມິງເຊີນ ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ອບບົດບັນທຶກຊ່ວຍຈຳ ລະ​ຫວ່າງ​ສອງ​ກະ​ຊວງ ໃຫ້​ແກ່ ທ່ານ ທອງສະລິດ ມັງໜໍ່ເມກ ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາ ແລະ ກິລາ ລາວ  

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ຫວຽດ​ນາມ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ​ສອນ​ໄຊ ສີ​ພັນ​ດອນ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ອະ​ນາ​ຄົດ ອາ​ຊຽນ ຄັ້ງ​ທີ 3 ຢູ່​ຮ່າ​ໂນ້ຍ, ຕອນ​ບ່າຍ​ວັນ​ທີ 7 ມິ​ຖຸ​ນາ 2026, ທ່ານ ຮ່​ວາງ​ມິງ​ເຊີນ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ ແລະ ທ່ານ ທອງສະລິດ ມັງໜໍ່ເມກ ກຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ ແລະ ກິ​ລາ ລາວ ໄດ້​ມອບ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ການ​ຜັນ​ຂະ​ຫຍາຍ​ການ​ສິດ​ສອນ​ພາ​ສາ​ລາວ ຢູ່ ຫວຽດ​ນາມ, ເພີ່ມ​ທະ​ວີ​ການ​ສອນ​ພາ​ສາ​ຫວຽດ​ຢູ່​ລາວ ແລະ ຮັບ​ເອົາ​ນັກ​ຮຽນ​ລາວ ມາ​ຮຽນ​ຢູ່​ບັນ​ດາ​ໂຮງ​ຮຽນ​ມັດ​ຖະ​ຍົມ​ກິນນອນ​ຢູ່ ຫວຽດ​ນາມ.

ການມອບ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ແມ່ນ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ຮ່ວມ​ມື​ສຶກ​ສາ ແລະ ບຳ​ລຸງ​ສ້າງລະ​ຫວ່າງ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ຫັນ​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ລະ​ຫວ່າງ​ການ​ນຳ​ສອງ​ພັກ, ສອງ​ລັດ ຫວຽດ​ນາມ - ລາວ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ພ້ອມ​ທັງ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ​ໃນ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ​ໃນ​ຂົງ​ເຂດ​ການ​ສຶກ​ສາ ແລະ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃນ​ໄລ​ຍະ 2021 – 2030. ຕາມ​ເນື້ອ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ, ສອງ​ຝ່າຍ​ຈະ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ການ​ຜັນ​ຂະ​ຫຍາຍ​ພາ​ສາ​ລາວ ຢູ່ ຫວຽດ​ນາມ, ເປີດກວ້າງ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ໃນ​ການ​ສອນ​ພາ​ສາ ຫວຽດ​ຢູ່​ລາວ, ຊຸກ​ຍູ້​ການ​ບຳ​ລຸງ​ສ້າງຄູ​ສອນ, ການ​ສ້າງ, ຮຽບ​ຮຽງ​ຕຳ​ລາ​ຮຽນ ແລະ ເອ​ກະ​ສານ​ຮັບ​ໃຊ້​ການ​ສິດ​ສອນ​ພາ​ສາ​ຂອງ​ສອງ​ປະ​ເທດ.

ລັດ​ຖະ​ມົນ​ຕີ​ສອງ​ທ່ານ​ໄດ້​ຢັ້ງ​ຢືນ​ຈະ​ສືບ​ຕໍ່​ປະ​ສານ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ເນືອ​ໃນ​ຮ່ວມ​ມື​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ​ໃນ​ໄລ​ຍະ​ໃໝ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອ​ນ​ມະ​ນຸດ​ຂອງ​ແຕ່​ລ​ະ​ປະ​ເທດ ແລະ ປະ​ກອບ​ສ່ວນ​ເຮັດ​ໃຫ້​ການ​ພົວ​ພັນ​ມິ​ດ​ຕະ​ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ກາ​ນ​ຮ່ວ​ມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ ເລິກ​ເຊິ່ງກວ່າ​ອີກ.


top