ການພົວພັນຮ່ວມມືເຂດຊາຍແດນລະຫວ່າງ ຫວຽດນາມ - ກຳປູເຈຍໃນຊຸມປີມໍ່ໆມານີ້ ບັນລຸໄດ້ບາດກ້າວ ຫຼາຍພໍສົມຄວນ, ພິເສດແມ່ນໃນຂົງເຂດການຄ້າ. ສອງປະເທດໄດ້ ແລະ ພວມມານະພະຍາຍາມຜັນຂະຫຍາຍຫຼາຍມາດຕະການ, ນັບແຕ່ການປັບປຸງຂອບນິຕິກຳໃຫ້ສົມບູນແບບ, ຍົກລະດັບພື້ນຖານໂຄງລ່າງ ເພື່ອແນໃສ່ຍູ້ແຮງການແລກປ່ຽນການຄ້າເຂດຊາຍແດນ, ມຸ່ງໄປເຖິງເປົ້າໝາຍບັນລຸວົງເງິນການຄ້າສອງຝ່າຍໃຫ້ໄດ້ 20 ຕື້ USD ໃນໄລຍະຈະມາເຖິງ, ກໍ່ຄືປະກອບສ່ວນສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.
ທ່ານ ໂດວຽດເຟືອງ, ທີ່ປຶກສາຝ່າຍການຄ້າ ຫວຽດນາມ ປະຈຳ ກຳປູເຈຍ (ພາບ: congthuong.vn)
ຫວຽດນາມ ແລະ ກຳປູເຈຍ ມີເສັ້ນຊາຍແດນທາງບົກ 1.137 ກີໂລແມັດ, ເຊື່ອມຕໍ່ 17 ແຂວງຂອງສອງປະເທດຜ່ານ 40 ຄູ່ດ່ານຊາຍແດນ, ໃນນັ້ນ 23 ຄູ່ດ່ານຊາຍແດນຫຼັກໄດ້ນຳເຂົ້າ(ເອກະສານຊ້ອນທ້າຍ) ຂອງຂໍ້ຕົກລົງຊຸກຍູ້ການຄ້າສອງຝ່າຍ ໄລຍະ 2025 – 2026. ຕາມຕົວເລກຈາກກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລ້ວ, ວົງເງິນການຄ້າ ຫວຽດນາມ - ກຳປູເຈຍ ບັນລຸ 10,4 ຕື້ USD ໃນ 11 ເດືອນຕົ້ນປີ 2025, ຄາດວ່າບັນລຸ 12 ຕື້ USD /ປີ, ດ້ວຍການສົ່ງອອກນຳເຂົ້າຜ່ານດ່ານຊາຍແດນກວມເອົາອັດຕາສ່ວນຫຼາຍໃນຍອດວົງເງິນ. ທ່ານ ໂດວຽດເຟືອງ, ທີ່ປຶກສາຝ່າຍການຄ້າ ຫວຽດນາມ ປະຈຳ ກຳປູເຈຍ ເນັ້ນໜັກວ່າ ຊາຍແດນສວມບົດບາດຫຼັກແຫຼ່ງໃນການຂົນສົ່ງຜະລິດຕະພັນກະເສດ, ສິນຄ້າບໍລິໂພກ ແລະ ການລົງທຶນ.
“ຍ້ອນສອງປະເທດມີເສັ້ນຊາຍແດນຕິດຈອດກັນຍາວຫຼາຍ, ດັ່ງນັ້ນການຄ້າເຂດຊາຍແດນຍາມໃດກໍ່ແມ່ນ”ຜະລິດຕະພັນພິເສດ” ຂອງການພົວພັນ ຫວຽດນາມ - ກຳປູເຈຍ. ຄວາມຈິງແລ້ວ, ການແລກປ່ຽນການຄ້າເຂດຊາຍແດນກວມເອົາກວ່າ 70% ຍອດວົງເງິນການຄ້າ ຫວຽດນາມ - ກຳປູເຈຍ. ມີສິນຄ້າຫຼາຍປະເພດ, ພິເສດແມ່ນຜະລິດຕະພັນທີ່ຈຳເປັນ, ສິນຄ້າບໍລິໂພກທີ່ຈຳໜ່າຍໄດ້ດີທີສຸດ ແລະ ມີລັກສະນະສອງສົ້ນ”.
ໃນຊຸມປີມໍ່ໆມານີ້, ການຄ້າເຂດຊາຍແດນ ຫວຽດນາມ - ກຳປູເຈຍ ມີການພັດທະນາຢ່າງແຮງດ້ວຍຫຼາຍຮູບການ. ບັນດາແຂວງຕິດກັບຊາຍແດນຄື: ໄຕນິງ, ອານຢາງ, ດົ່ງທາບ… ໄດ້ສ້າງລະບົບຕະຫຼາດຊາຍແດນ, ຕະຫຼາດດ່ານຊາຍແດນ, ພ້ອມກັບບັນດາສູນການຄ້າຍົກເວັ້ນພາສີ ແລະ ການບໍລິການ logistics, ສົມທົບກັບຝ່າຍ ກຳປູເຈຍ ຈັດຕັ້ງງານຕະຫຼາດນັດ, ງານວາງສະແດງເຂດຊາຍແດນ ຊ່ວຍເພີ່ມຈຳນວນສິນຄ້າແລກປ່ຽນ. ໂດຍແມ່ນຜູ້ທີ່ໄປມາຜ່ານດ່ານຊາຍແດນ Bavet - ມົກບ່າຍ ເພື່ອຊື້ຂາຍຜະລິດຕະພັນກະເສດເປັນປະຈຳ, ອ້າຍ Sokha ປະຊາຊົນແຂວງ Svay Riêng ກຳປູເຈຍ ແບ່ງປັນວ່າ:
ໃນເມື່ອກ່ອນ, ການຄ້າຂ້າມຊາຍແດນປະສົບກັບຄວາມຫຍຸ້ງຍາກຫຼາຍ, ລະບຽບການຫຍຸ້ງເຫຍີງ, ບາງຄັ້ງຕ້ອງລໍຖ້ານັບເປັນຫຼາຍຊົ່ວໂມງໃຕ້ແສງແດດ. ປັດຈຸບັນ, ດ່ານຊາຍແດນທັນສະໄໝກວ່າ, ການຜ່ານແດນກໍ່ໄວກວ່າ. ດັ່ງນັ້ນ, ສິນຄ້າກໍ່ຂາຍໄດ້ລາຄາສູງກວ່າ, ຊີວິດຂອງຄອບຄົວຂ້າພະເຈົ້າກໍ່ດີຂຶ້ນຫຼາຍແລ້ວ. ຂ້າພະເຈົ້າຫວັງວ່າ ຫວຽດນາມ ຈະມີນະໂຍບາຍບຸລິມະສິດໃຫ້ແກ່ຜະລິດຕະພັນກະເສດ ກຳປູເຈຍ, ເພື່ອໃຫ້ພວກຂ້າພະເຈົ້າຄ້າຂາຍໄດ້ຫຼາຍກວ່າ, ລາຄ່າສູງກວ່າ, ຮັບປະກັນຊີວິດເປັນປົກກະຕິ, ປະກອບສ່ວນເຮັດໃຫ້ເຂດຊາຍແດນສອງປະເທດມີສັນຕິພາບ, ມິດຕະພາບຕະຫຼອດໄປ.
ດ່ານຊາຍແດນສາກົນ ມົກບາຍ, ແຂວງໄຕນິງ ວາງເປົ້າໝາຍກໍ່ສ້າງເຂດເສດຖະກິດດ່ານຊາຍແດນທີ່ທັນສະໄໝ, ເຊື່ອມຕໍ່ສອງພື້ນຖານເສດຖະກິດ ຫວຽດນາມ - ກຳປູເຈຍ ຢ່າງມີປະສິດທິຜົນ (ພາບ: VOV)
ໄປຄຽງຄູ່ບັນດາໝາກຜົນທີ່ບັນລຸໄດ້, ການຄ້າເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຍັງມີຂໍ້ຈຳກັດຈຳນວນໜຶ່ງທີ່ຈຳເປັນຕ້ອງໄດ້ຮັບການແກ້ໄຂ. ປັດຈຸບັນ, ການຄ້າເອເລັກໂຕນິກເຂດຊາຍແດນ, ການຊຳລະດີຈີຕອນຂ້າມຊາຍແດນລະຫວ່າງສອງປະເທດ ຍັງບໍ່ທັນພັດທະນາເໝາະສົມກັບຄວາມສາມາດບົ່ມຊ້ອນ, ສົ່ງຜົນສະທ້ອນ ເຖິງຄວາມສາມາດເປີດກວ້າງການແລກປ່ຽນຄ້າຂາຍຕາມທິດທັນສະໄໝ ແລະ ຍືນຍົງ. ເພື່ອປະກອບສ່ວນແກ້ໄຂຂໍ້ຈຳກັດນີ້, ກະຊວງອຸດສາຫະກຳການຄ້າ ຫວຽດນາມ ພວມນຳພາວິວັດການປະຕິຮູບນິຕິກຳ, ເພື່ອແນໃສ່ນຳເຕັກໂນໂລຢີດີຈີຕອນ ເຂົ້າການຄ້າເຂດຊາຍແດນ. ກ່າວຄຳເຫັນທີ່ເວທີປາໄສເຊື່ອມຕໍ່ການຄ້າເຂດຊາຍແດນ ຫວຽດນາມ - ກຳປູເຈຍ ທີ່ໄດ້ດຳເນີນໃນເດືອນທັນວາ 2025 ຢູ່ແຂວງ ອານຢາງ, ທ່ານ ເຈິ່ນຮຶວລິງ ຫົວໜ້າກົມຄຸ້ມຄອງ ແລະ ພັດທະນາຕະຫຼາດພາຍໃນປະເທດ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເນັ້ນໜັກວ່າ:
ກົດໝາຍສະບັບນີ້ຈະປ່ຽນແປງໂດຍພື້ນຖານ, ຊ່ວຍໃຫ້ການຄ້າເອເລັກໂຕນິກ ພັດທະນາແບບຍືນຍົງກ່ວາ, ພິເສດແມ່ນໃນບັນດາຮູບການການຄ້າເອເລັກໂຕນິກຂ້າມຊາຍແດນ. ປັດຈຸບັນ, ກະຊວງອຸດສາຫະກຳ ການຄ້າ ພວມສ້າງນະໂຍບາຍ ແລະ ຈະເປັນເສນາທິການຫຼາຍນະໂຍບາຍໃໝ່ ເພື່ອປ່ຽນແປງ ແລະ ຮຽບຮຽງ. ນອກຈາກນັ້ນ, ລັດຖະບານກໍ່ໄດ້ເຫັນດີເປັນເອກະພາບ ເພື່ອໃນປີຕໍ່ໄປຈະເລີ່ມສ້າງກົດໝາຍວ່າດ້ວຍການຄ້າສະບັບປັບປຸງພາຍຫຼັງໄລຍະກວ່າ 20 ປີ. ໃນນັ້ນ ພື້ນຖານໂຄງລ່າງເຂດຊາຍແດນ ແມ່ນເນື້ອໃນສຳຄັນທີ່ສຸດ.
ກ່ຽວກັບການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ສອງປະເທດພວມຕັ້ງໜ້າຜັນຂະຫຍາຍໂຄງການເສັ້ນທາງຄວາມໄວສູງ ນະຄອນ ໂຮ່ຈີມິນ - ມົກບາຍ (ຫວຽດນາມ) ແລະ ເສັ້ນທາງຄວາມໄວສູງ ພະນົມເປັນ - Bavet (ກຳປູເຈຍ). ສອງເສັ້ນທາງນີ້ຈະພົບກັນຢູ່ດ່າຍຊາຍແດນ ມົກບາຍ/ Bavet, ສ້າງເສັ້ນທາງຄົມມະນາຄົມສຳຄັນເຊື່ອມຕໍ່ເສດຖະກິດສອງປະເທດ. ກ່າວຄຳເຫັນທີ່ພິທີເປີດນຳໃຊ້, ທ່ານ Samdech Hun Manet, ນາຍົກລັດຖະມົນຕີ ກຳປູເຈຍ ຢັ້ງຢືນວ່າ:
ພິທີເປີດນຳໃຊ້ດ່ານຊາຍແດນສາກົນຢ່າງເປັນທາງການໃນມື້ນີ້ ສະແດງໃຫ້ເຫັນຜົນສຳເລັດໜຶ່ງອີກ, ເຊິ່ງເປັນຄຸນຄ່າປະຫວັດສາດໃໝ່ໃນການພັດທະນາການພົວພັນຮ່ວມມືລະຫວ່າງສອງປະເທດ ກຳປູເຈຍ - ຫວຽດນາມ ຢູ່ທຸກແຫ່ງ, ທຸກຂົງເຂດ, ນຳມາເຊິ່ງຫຼາຍກາລະໂອກາດໃຫ້ແກ່ປະຊາຊົນສອງປະເທດຢູ່ເຂດຊາຍແດນ. ໃນອະນາຄົດ, ຈະມີຫຼາຍດ່ານຊາຍແດນສາກົນ ໄດ້ຮັບການຍົກລະດັບ ຫຼື ກໍ່ສ້າງຂໃໝ່, ພ້ອມກັນນັ້ນພື້ນຖານໂຄງລ່າງໜູນຊ່ວຍ ກໍ່ໄດ້ ແລະ ພວມໄດ້ຮັບການປັບປຸງ ເພື່ອຕັ້ງໜ້າໜູນຊ່ວຍບັນດາການເຄື່ອນໄຫວການຜະລິດ ແລະ ເຊື່ອມຕໍ່ບັນດານັກລົງທຶນ, ນັກທຸລະກິດ, ຜະລິດຕະພັນກະເສດ ແລະ ການທ່ອງທ່ຽວລະຫວ່າງສອງປະເທດໃຫ້ດີກວ່າ.
ສຳລັບ ກຳປູເຈຍ, ຫວຽດນາມ ແມ່ນຄູ່ຮ່ວມມືທາງການຄ້າໃຫຍ່ອັນດັບທີ ສາມໃນໂລກ ແລະ ໃຫຍ່ທີ່ສຸດໃນ ອາຊຽນ. ດ້ວຍພື້ນຖານການພົວພັນດ້ານການເມືອງຢ່າງໝັ້ນແກ່ນ, ທ່າໄດ້ປຽບດ້ານພູມີສາດ, ການເພີ່ມເຕີມກ່ຽວກັບໂຄງປະກອບສິນຄ້າ ແລະ ຄວາມຕັດສິນໃຈຈາກທັງສອງຝ່າຍນັ້ນ, ວົງເງິນການຄ້າສອງຝ່າຍບັນລຸ 20 ຕື້ USD ແມ່ນເປົ້າໝາຍທີ່ສາມາດເປັນໄປໄດ້, ເປີດໄລຍະຮ່ວມມືໃໝ່, ເລິກເຊິ່ງກວ່າ, ໝັ້ນໜຽວກວ່າ ໃຫ້ສອງປະເທດ ແລະ ພ້ອມກັນອອກໄປໄກ.