ຂ່າວສານ

ການ​ຮັບ​ຮອງ “ງານ​ບຸນ ເວຍ​ບ່າ​ຈົວ​ຊື​ນຸຍ​ຊາມ” ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖ​ຕາງ​ໜ້າ​ຂອງມວນ​ມະ​ນຸດ

ພິທີຮັບໃບຢັ້ງຢືນຈາກອົງການ UNESCO ຮັບຮອງ “ງານບຸນ ເວຍບ່າຈົວຊືນຸຍຊາມ” ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າຂອງມວນມະນຸດ ແລະ ໄຂງານງານບຸນ ເວຍບ່າຈົວຊື ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 19 ມີນາ ຢູ່ ນະຄອນ ເຈົາດົກ, ແຂວງ ອານຢາງ.
ພິທີຮັບໃບຢັ້ງຢືນຈາກອົງການ UNESCO ຮັບຮອງ “ງານບຸນ ເວຍບ່າຈົວຊືນຸຍຊາມ” ເປັນມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າຂອງມວນມະນຸດ (ພາບ:baoangiang.com.vn)

ໃນພິທີ, ທ່ານ Jonathan Baker, ຫົວໜ້າຜູ້ຕາງໜ້າອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທຳ ສປຊ (UNESCO) ຫວຽດນາມ ໄດ້ມອບໃບຢັ້ງຢືນຈາກອົງການ UNESCO ຈົດ “ງານບຸນເວຍບ່າຈົວຊືນຸຍຊາມ” ເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າຂອງມວນມະນຸດ ໃຫ້ແກ່ການນຳກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ການນຳແຂວງ ອານຢາງ. ທ່ານ ຮວ່າງດ້າວເກືອງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ປະກາດໂຄງການກະທຳແຫ່ງຊາດໃຫ້ຄຳໝັ້ນສັນຍາອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກງານບຸນ ເວຍບ່າຈົວຊືນຸຍນາມ. ເມື່ອກ່າວຄຳເຫັນໃນພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ມາຍວັນຈິງ ຖືວ່າ:

“ງານບຸນເວຍບ່າຈົວຊືນຸຍຊາມ ໄດ້ຮັບການຈົດຊື່ເຂົ້າບັນຊີລາຍຊື່ມໍລະດົກວັດທະນະທຳບໍ່ເປັນວັດຖຸຕາງໜ້າຂອງມວນມະນຸດແມ່ນຄວາມເປັນກຽດຄວາມເອກອ້າງທະນົງໃຈ. ປະຊາຊົນບັນດາເຜົ່າແຂວງ ອານຢາງ ແລະ ບັນດາກະຊວງ, ຄະນະ, ຂະແໜງການ, ທ້ອງຖິ່ນທີ່ກ່ຽວຂ້ອງ, ຕ້ອງມີຄວາມເອົາໃຈໃສ່ປົກປ້ອງພື້ນຖານວັດທະນະທຳຂອງຊາດ; ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າຂອງງານບຸນເວົ້າສະເພາະ ແລະ ມໍລະດົກວັດທະນະທຳຂອງ ຫວຽດນາມ ເວົ້າລວມ.”

ງານບຸນເວຍບ່າຈົວຊືນຸຍຊາມ ໄດ້ຈັດຂຶ້ນແຕ່ວັນທີ 22 ເມສາ ຫາວັນທີ 27 ເມສາ ໄລ່ຕາມຈັນທະປະຕິທິນ ເພື່ອເຊີດຊູຄຸນງາມຄວາມດີຂອງ ບ່າຈົວນຸຍຊາມ ຜູ້ປົກປັກຮັກສາຊາຍແດນຂອງປະເທດຊາດ, ສອນປະຊາຊົນດຳນາປູກເຂົ້າ. ນີ້ແມ່ນງານບຸນພື້ນເມືອງທີ່ເປັນເອກະລັກ ຂອງພໍ່ແມ່ປະຊາຊົນເຂດທົ່ງພຽງຕາເວັນຕົກສ່ຽງໃຕ້ ຫວຽດນາມ.


top