ຂ່າວສານ

ການ​ຫັນ​ເປັນ​ດ​ີ​ຈີ​ຕອນ​ພາກ​ລັດ - ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການ​ພັດ​ທ​ະ​ນາ​ເສດ​ຖະ​ກິດ​ສັງ​ຄົມ

ເວທີປາໄສຫັນເປັນດີຈີຕອນພາກລັດ - ປະຖົມປັດໄຈໃຫ້ແກ່ການພັດທະນາເສດຖະກິດສັງຄົມ ໂດຍສື່ເອເລັກໂຕນິກວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນໄດ້ດຳເນີນໃນຕອນເຊົ້າວັນທີ 17 ກໍລະກົດ 2025 ຢູ່ຮ່າໂນ້ຍ.
ທ່ານຟ້າມແມັ້ງຮູ່ງ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ກ່າວຄຳເຫັນທີ່ເວທີປາໄສ

ໃນສະພາບການປະຕິວັດອຸດສາຫະກຳ 4.0 ພວມດຳເນີນຢ່າງແຮງ, ການຫັນເປັນດີຈີຕອນກາຍເປັນປັດໄຈຫຼັກແຫຼ່ງໃນວຽກງານຍົກສູງປະສິດທິຜົນຂອງການຄຸ້ມຄອງແຫ່ງລັດ, ຫັນພື້ນຖານການປະຕິບັດລະບຽບການບໍລິຫານເປັນທັນສະໄໝ ແລະ ສະໜອງການພັດທະນາເສດຖະກິດ, ສັງຄົມ. ການໝູນໃຊ້ເຕັກໂນໂລຢີດີຈີຕອນເຂົ້າພາກລັດ ບໍ່ພຽງແຕ່ຊ່ວຍບັນດາອົງການລັດມີການເຄື່ອນໄຫວເປັນຢ່າງດີທີ່ສຸດເທົ່ານັ້ນ ຫາກຍັງສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ, ໃນນັ້ນມີລັດວິສາຫະກິດ ແລະ ປະຊາຊົນສຳຜັດກັບການບໍລິການສາທາລະນະໂດຍໄວ. ກ່າວຄຳເຫັນໄຂເວທີປາໄສ, ທ່ານຟ້າມແມັ້ງຮູ່ງ ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງ ຫວຽດນາມ ເນັ້ນໜັກວ່າ:

ຢູ່ ຫວຽດນາມ, ການຫັນເປັນດີຈີຕອນ ໄດ້ກຳນົດແມ່ນໜຶ່ງໃນບັນດາກຳລັງໜູນສຳຄັນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ. ວິວັດການຫັນເປັນດີຈີຕອນພວມດຳເນີນຢ່າງແຮງ, ເລິກເຊິ່ງໃນທຸກຂົງເຂດ. ວັນທີ 3 ມິຖຸນາ 2020, ນາຍົກລັດຖະມົນຕີ ປະກາດໃຊ້ຂໍ້ຕົກລົງອະນຸມັດຜ່ານໂຄງການຫັນເປັນດີຈີຕອນແຫ່ງຊາດຈົນຮອດປີ 2025, ກຳນົດທິດຮອດປີ 2030. ມະຕິເລກທີ 57 ຂອງກົມການເມືອງຍົກໃຫ້ເຫັນຢ່າງຈະແຈ້ງວ່າການພັດທະນາວິທະຍາສາດ ເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນແຫ່ງຊາດແມ່ນບຸກທະລຸສຳຄັນແຖວໜ້າ, ແມ່ນກຳລັງໜູນຫຼັກເພື່ອພັດທະນາກຳລັງການຜະລິດທີ່ທັນສະໄໝໂດຍໄວ, ນຳປະເທດຊາດພັດທະນາຢ່າງກະໂດດຂັ້ນ, ຮັ່ງມີເຂັ້ມແຂງໃນສັງກາດໃໝ່.


top