ຂ່າວສານ

ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ​ໃນ​ເດືອນ ມັງ​ກອນ​ເພີ່ມ​ຂຶ້ນ​ເກືອບ 30%

ກະຊວງກະສິກຳ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ ຂະແໜງສືບຕໍ່ສ້າງໂຄງປະກອບກະສິກຳຄືນໃໝ່ ຕາມທິດຍົກສູງມູນຄ່າເພີ່ມ, ພັດທະນາແບບຍືນຍົງ, ຕິດພັນກັບສຸຂະອະນາໄມດ້ານສະບຽງອາຫານ ແລະ ຄົ້ນຫາຕົ້ນກຳເນີດ.
  ການຖະແຫຼງຂ່າວນັດສາມັນຂອງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ (ພາບ: VOV)  
ຕາມຕົວເລກຫຼ້າສຸດຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ ຫວຽດນາມ, ເດືອນມັງກອນປີ 2026, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປາຂອງດົງ, ສິນໃນນ້ຳຂອງ ຫວຽດນາມ ຄາດວ່າບັນລຸເກືອບ 6,51 ຕື້ USD, ເພີ່ມຂຶ້ນ 29,5% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ບັນດາໝວດຜະລິດຕະພັນຄື: ຜະລິດຕະພັນກະເສດ, ຜະລິດຕະພັນລ້ຽງສັດ, ສິນໃນນ້ຳ ລ້ວນແຕ່ຮັບຮູ້ລະດັບເພີ່ມຂຶ້ນທີ່ຕັ້ງໜ້າ. ກະຊວງກະສິກຳ ແລະ ສິ່ງແວດລ້ອມໃຫ້ຮູ້ວ່າ ຂະແໜງສືບຕໍ່ສ້າງໂຄງປະກອບກະສິກຳຄືນໃໝ່ ຕາມທິດຍົກສູງມູນຄ່າເພີ່ມ, ພັດທະນາແບບຍືນຍົງ, ຕິດພັນກັບສຸຂະອະນາໄມດ້ານສະບຽງອາຫານ ແລະ ຄົ້ນຫາຕົ້ນກຳເນີດ. ສ້າງໂຄງປະກອບຄືນໃໝ່ບໍ່ພຽງແຕ່ໃນການປູກຝັງ, ລ້ຽງສັດ, ສິນໃນນ້ຳ, ເຄື່ອງປ່າຂອງດົງ ເທົ່ານັ້ນຫາກຍັງໃນທົ່ວລະບົບມູນຄ່າ, ນັບແຕ່ການຜະລິດ ຈົນຮອດການປຸງແຕ່ງ, ຊົມໃຊ້, ປັບຕົວໃຫ້ເຂົ້າກັບບັນດາຄວາມຮຽກຮ້ອງຕ້ອງການຂອງແຕ່ລະຕະຫຼາດສົ່ງອອກຢ່າງມີໄຫວພິບ.

top