ຂ່າວສານ

ການ​ສົ່ງ​ອອກ​ນຳ​ເຂົ້າ​ສົ່ງ​ອອກ​ບັນ​ລຸການ​ເຕີ​ບ​ໂຕ​ເກືອບ 25%, ຂາດ​ດຸນ​ການ​ຄ້າ​ກວ່າ 7,6 ຕື້ USD

ມູນ​ຄ່າ​ການ​ນຳ​ເຂົ້າ​ສົ່ງ​ອອກ​ສິນ​ຄ້າ​ທັງ​ໝົດ​ຂອງ ຫວຽດ​ນາມ ໃນ 4 ເດືອນ​ຕົ້ນ​ປີ 2026 ບັນ​ລຸ​ເກືອບ 346 ຕື້ USD, ເພີ່ມ​ຂຶ້ນ​ເກືອບ 25% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ. ໃນ​ນັ້ນ, ການ​ສົ່ງ​ອອກ​ບັນ​ລຸກວ່າ 169 ຕື້ USD, ເພີ່ມ​ຂຶ້ນ 20,1%, ສ່ວນ​ການ​ນຳ​ເຂົ້າ​ບັນ​ລຸ​ກວ່າ 176 ຕື້ USD, ເພີ່ມ​ຂຶ້ນ​ເຖິງ 29,5%.
  ແຜນ​ວາດ: 10 ຕະຫຼາດ​ສົ່ງ​ອອກ​ໃຫຍ່​ສຸດ​ຂອງ ຫວຽດ​ນາມ ໃນ​ເດືອນ ເມ​ສາ 2025 ແລະ ເດືອນ ເມ​ສາ 2026 (ພາບ: ກົມ​ພາ​ສີ)  

ຕາມ​ສະ​ຖິ​ຕິ​ຂອງ​ອົງ​ການ​ພາ​ສີ, ມູນ​ຄ່າ​ການ​ນຳ​ເຂົ້າ​ສົ່ງ​ອອກ​ສິນ​ຄ້າ​ທັງ​ໝົດ​ຂອງ ຫວຽດ​ນາມ ໃນ 4 ເດືອນ​ຕົ້ນ​ປີ 2026 ບັນ​ລຸ​ເກືອບ 346 ຕື້ USD, ເພີ່ມ​ຂຶ້ນ​ເກືອບ 25% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກ່ອນ. ໃນ​ນັ້ນ, ການ​ສົ່ງ​ອອກ​ບັນ​ລຸກວ່າ 169 ຕື້ USD, ເພີ່ມ​ຂຶ້ນ 20,1%, ສ່ວນ​ການ​ນຳ​ເຂົ້າ​ບັນ​ລຸ​ກວ່າ 176 ຕື້ USD, ເພີ່ມ​ຂຶ້ນ​ເຖິງ 29,5%.

ກຳ​ລັງ​ໜູນ​ເຮັດ​ໃຫ້​ການ​ສົ່ງ​ອອກ​ມີ​ການ​ເຕີບ​ໂຕ​ແມ່ນ​ມາ​ຈາກ​ກຸ່ມ​ສິນ​ຄ້າ​ເຕັກ​ໂນ​ໂລ​ຢີ​ສູງ, ພິ​ເສດ​ແມ່ນ​ເຄື່ອງ​ຄອມ​ພິວ​ເຕີ, ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕນ​ິກ ແລະ ເຄື່ອງ​ອາ​​ໄຫຼ່

ກົງ​ກັນ​ຂ້າມ, ການ​ນຳ​ເຂົ້າ​ເພີ່ມ​ຂຶ້ນ​ຢ່າງ​ແຮງ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ຕ້ອງ​ການ​ວັດ​ຖຸ​ດິບ, ເຄື່ອງ​ອາ​ໄຫຼ່ ​ແລະ ເຄື່ອງ​ຈັກ​ຮັ​ບ​ໃຊ້​ການ​ຜະ​ລິດ, ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ໃນ​ຊຸມ​ເດືອນ​ຕົ້ນ​ປີ.

ກໍ​ຕາມ​ກົມ​ພາ​ສີ​ແລ້ວ, ການ​ນຳ​ເຂົ້າ​ໄດ້​ເພີ່ມ​ຂຶ້ນ​ໄວ​ກວ່າ​ການ​ສົ່ງ​ອອກ, ດຸນ​ການ​ຄ້າສິນ​ຄ້າ​ໄດ້​ຫັນ​ໄປ​ສູ່​ຂາດ​ດຸນ​ການ​ຄ້າ 7,64 ຕື້ USD, ໃນ​ຂະ​ນະ​ທີ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ ເກີນ​ດຸນ​ການ​ຄ້າ​ຍັງ​ບັນ​ລຸກວ່າ 4,2 ຕື້ USD.


top